ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງທີ​ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12

(VOVWORLD) - ຕອນເຊົ້າວັນທີ 5 ຕຸລາ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12  ຖືກໄຂຂຶ້ນຢູ່ນະຄອນ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ.
 ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງທີ​ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີ ສູນກາງ ໃຫ້ຈັດແບ່ງເວລາຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ - ສັງຄົມ ນັບແຕ່ຕົ້ນປີມາຮອດປັດຈຸບັນ ແລະ ແຜນການຂອງທັງປີ 2020. ທ່ານ ຊີ້ແຈ້ງວ່າ:

        “ຕ້ອງສຸມໃສ່ໄຈ້ແຍກຢ່າງເລິກເຊິ່ງ, ຕີລາຄາຢ່າງຖືກຕ້ອງ, ສ້າງຄວາມເປັນເອກະພາບສູງໃນການສັງເກດກ່ຽວກັບຜົນກະທົບອັນຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19, ການຊຸດໂຊມຂອງເສດຖະກິດໂລກ ແລະ ບັນດາການຜັນແປທີ່ໃຫຍ່ຫຼວງຂອງຕະຫຼາດໂລກ ທີ່ສົ່ງຜົນກະທົບຕໍ່ການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ວາງອອກ. ຮັກສາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານ, ຮັບປະກັນຄວາມສະຫງົບປອດໄພ ແລະ ສະຫວັດດີການສັງຄົມ, ຈຳກັດສະພາບການຊຸດໂຊມໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຟື້ນຟູທ່າເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງຄຸນນະພາບການເຕີບໂຕ, ລັກສະນະໝັ້ນຄົງໃນການພັດທະນາເສດຖະກິດ - ສັງຄົມ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ; ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມແຫ່ງສັນຕິພາບ, ສະດວກ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

 ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງທີ​ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 - ảnh 2  ພິທີໄຂກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 (ພາບ: TTXVN)

ຕາມລາຍການແລ້ວ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12 ຈະປຶກສາຫາລືກ່ຽວກັບ: ສະພາບການເສດຖະກິດ - ສັງຄົມປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021; ສືບຕໍ່ປະຕິບັດສຳເລັດບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກ; ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ຊຸດທີ 13 ແລະ ບາງບັນຫາສຳຄັນອື່ນໆ. ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 13 ຊຸດທີ 12 ຈະດຳເນີນຮອດວັນທີ 10 ຕຸລາ 2020 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ