ພິທີໄຂງານບຸນ Festival ເຂົ້າສານ ແລະ ປະກາດ ເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

(VOVWORLD) -ງານ Festival ເຂົ້າສານແມ່ນຂົວເຊື່ອມຕໍ່ບັນດາການເຄື່ອນໄຫວແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງໃນບັນດາຂົງເຂດເສດຖະກິດ - ວັດທະນະທຳ - ສັງຄົມຂອງແຂວງ ລອງອານ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄປສູ່ບັນດາເຂດ, ພາກ ພາຍໃນປະເທດ ແລະ ເພື່ອນມິດສາກົນ

Festival ເຂົ້າສານ ຫວຽດນາມ ຄັ້ງທີ 3 ດ້ວຍຫົວຂໍ້ “ກະສິກຳ, ຊາວກະສິກອນ, ຊົນນະບົດພັດທະນາແບບຍືນຍົງ; ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 18 ທັນວາ, ຢູ່ແຂວງລອງອານ. ງານດດັ່ງກ່າວຈະດຳເນີນເຖິງວັນທີ 24 ທັນວາ ດ້ວຍຂອບຂະໜາດຮ້ານວາງສະແດງຂາຍເຂົ້າສານເກືອບ 1000 ຮ້ານ ທີ່ມາຈາກ ບັນທ້ອງຖິ່ນພາຍໃນປະເທດ ແລະ ຕ່າງປະເທດ.

ພິທີໄຂງານບຸນ Festival ເຂົ້າສານ ແລະ ປະກາດ ເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ - ảnh 1ທ່ານຟ້າມບັນແຣ້ງ - ເລຂາພັກແຂວງ ແຂວງລອງອານ ຢ້ຽມຊົມບັນດາຮ້າຍຂາຍເຂົ້າ ຢູ່  ງານ Festival

ງານ Festival ເຂົ້າສານແມ່ນຂົວເຊື່ອມຕໍ່ບັນດາການເຄື່ອນໄຫວແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງໃນບັນດາຂົງເຂດເສດຖະກິດ - ວັດທະນະທຳ - ສັງຄົມຂອງແຂວງ ລອງອານ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄປສູ່ບັນດາເຂດ, ພາກ ພາຍໃນປະເທດ ແລະ ເພື່ອນມິດສາກົນ; ພ້ອມທັງເປັນໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດໄດ້ພົບປະກັນເພື່ອແນໃສ່ຊອກຫາກາລະໂອກາດການຮ່ວມມືລົງທຶນ ແລະ ພັດທະນາທຸລະກິດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນເດືອກ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ລອງອານ ໃຫ້ຮູ້ວ່າ:

“ປັດຈຸບັນ ຫວຽດນາມ ສົ່ງອອກເຂົ້າສານຢືນອັນດັບສອງຂອງໂລກ, ໃນນັ້ນ ແຕ່ລະປີ ແຂວງລອງອານທຳການຜະລິດເຂົ້າໄດ້ 2.8 ລ້ານໂຕນ. ພວກຂ້າພະເຈົ້າຫວັງວ່າ ຫຼັງຈາກງານບຸນຄັ້ງນີ້ ແລະ ຫຼັງຈາກພິທີປະກາດເຄື່ອງໝາຍການຄ້າ ເຂົ້າສານແລ້ວ ນັ້ນບັນດາຕະຫຼາດໃນໂລກຈະຮູ້ຈັກເຖິງຕະຫຼາດເຂົົ້າສານ ຫວຽດນາມ ຂອງ ພວກເຮົາຫຼາຍກວ່າອີກ. ເມັດເຂົ້າສານຂອງພວກເຮົາຈະສືບຕໍ່ບືນຕົວອອກສູ່ໂລກ ຈາກນັ້ນ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ຊ່ວຍໃຫ້ປະຊາຊົນມີລາຍຮັບນັບມື້ນັບສູງກວ່າອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ