ພິ​ທີ​ໄຂ​ບັ້ນ​ຮົບ​ຊາວ​ໜູ່ມ​ອາ​ສາ​ມະ​ໝັກ​ລະ​ດູ​ຮ້ອນ​ປີ 2020

(VOVWORLD) -ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ກ໋ວາງບິ່ງ, ສູນກາງຊາວໜຸ່ມປະຕິວັດໂຮ່ຈີມິນໄດ້ຈັດຕັ້ງພິທີ ໄຂບັ້ນຮົບຊາວໜູ່ມອາສາມະໝັກລະດູຮ້ອນປີ 2020ໂດຍມີການເຂົ້າຮ່ວມຂອງທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ
ພິ​ທີ​ໄຂ​ບັ້ນ​ຮົບ​ຊາວ​ໜູ່ມ​ອາ​ສາ​ມະ​ໝັກ​ລະ​ດູ​ຮ້ອນ​ປີ 2020 - ảnh 1ພິທີໄຂບັ້ນຮົບຊາວໜູ່ມອາສາມະໝັກລະດູຮ້ອນປີ 2020 

ດ້ວຍຫົວຂໍ້ “ຊາວໜຸ່ມຫວຽດນາມ ປະດິດຄິດສ້າງ, ສະໝັກໃຈເພື່ອປະຊາຄົມ”, ພິທີໄຂ ພິທີໄຂບັ້ນຮົບຊາວໜູ່ມອາສາມະໝັກລະດູຮ້ອນປີ 2020 ໄດ້ເຕົ້າໂຮມຊາວໜຸ່ມກ່ວາ 1.500 ຄົນເຂົ້າຮ່ວມ ແລະ ຕອບສະໜອງ. ບັ້ນຮົບກຳນົດວ່າ ບັນດາທ້ອງຖິ່ນຈຸດສຸມແມ່ນບັນດາເມືອງທຸກຍາກ, ບັນດາໝູ່ເກາະຊາວໜຸ່ມ, ບັນດາຕາແສງເຂດປອດໄພປະຕິວັດ, ແລະ ເຂດທີ່ປະສົບກັບຄວາມຫຍຸ້ງຍາກພິເສດ… ບັ້ນຮົບລວມມີໂຄງການຕໍ່ກຳລັງແຮງລະດູເສັງ ແລະ 4 ບັ້ນຮົບອາສາສະໝັກນັ້ນແມ່ນ ບັ້ນຮົບ ອາສາສະໝັກ ລະດູຮ້ອນສີຂຽວ, ອາສາສະໝັກ ດອກຝາງແດງ, ອາສາສະໝັກວັນພັກບົ່ວ ແລະ ອາສາສະໝັກເຄື່ອນທັບຂຽວ.

ຄະນະຊາວໜຸ່ມປະຕິວັດ ໂຮ່ຈີມິນ ໄດ້ຕັ້ງເປົ້າໝາຍຈະສ້ອມແປງເສັ້ນທາງ 2000 ກີໂລແມັດ, ກໍ່ສ້າງເສັ້ນທາງໄປມານ 500 ກິໂລແມັດຢູ່ເຂດຊົນນະບົດ, ປະຕິບັດໂຄງການຊາວໜຸ່ມຢູ່ຖະໜົນຫົນທາງເຂດຕົວເມືອງ 800 ເສັ້ນ, ກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາຟີໃຫ້ແກ່ປະຊາຊົນ 200.000 ຄົນ, ສ້າງເຮືອນແຫ່ງຄວາມເມັດຕາໃໝ່ 700 ຫຼັງ…

ຕອບກັບ

ຂ່າວ/ບົດ​ອື່ນ