ພິທີໄຫ້ວອາໄລທ່ານ ພົນເອກຫວໍ້ງວຽນຢາບ

ພິທີໄຫ້ວອາໄລທ່ານ  ພົນເອກຫວໍ້ງວຽນຢາບ - ảnh 1
ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງອ່ານ​ບົດ​ສະດຸ​ດີ​ທີ່​ພິທີ

 (ພາບ: vov)

 (vovworld)-​​​​ ​ໃນ​ເວລາ 7 ​ໂມງ​ເຊົ້າຂອງ​ວັນ​ທີ 13/10, ພິທີ​ໄຫ້​ວອາ​ໄລ​ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ-ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ເລຂາ​ຄະນະ​ພັກ​ການທະຫານ​ສູນ​ກາງ, ອະດີດ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ ປຊຊ ຫວຽດນາມ​ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ຈັດ​ງານສົບ​ແຫ່ງ​ຊາດ-​ຮ່າ​ໂນ້ຍ. ບັນດາ​ການ​ນຳ, ອະດີດ​ການ​ນຳ​ຂັ້ນສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ກອງທັບ; ບັນດາ​ຄະນະ​ຜູ້​ແທນ​ການ​ນຳ​ຂັ້ນສູງ​ຕ່າງປະ​ເທດ; ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ​ສູນ​ກາງ ​ແລະ ບັນດາ​ແຂວງ, ນະຄອນ​ພ້ອມ​ດ້ວຍ​ຄອບຄົວ ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ​ ໄດ້​ເຂົ້າຮ່ວມພິທີ​ໄຫ້​ວອາ​ໄລ.

ພິທີໄຫ້ວອາໄລທ່ານ  ພົນເອກຫວໍ້ງວຽນຢາບ - ảnh 2
(ພາບ:
vnexpress.net)

   ​ໃນ​ບົດ​ສະດຸ​ດີ​ອ່ານ​ທີ່​ພິທີ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈງ​ວ່າ: ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ​ ​ເຖິງ​ແກ່​ມໍລະນະ​ກຳ​ແມ່ນ​ຄວາມ​ສູນ​ເສຍ​ອັນ​ໃຫ່ຍຫຼວງ​ຂອງ​ພັກ, ລັດ, ກອງທັບ, ປຊຊ ​ແລະ ຄອບຄົວທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ​. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ​ໃນ​ຕະຫຼອດ 80 ກ່ວາປີ​ເຄື່ອນ​ໄຫວ​ປະຕິວັດ, ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ​ ມີ​ຜົນງານ​ອັນ​ໃຫ່ຍຫຼວງ​ຫຼາຍ​ຢ່າງ ​ແລະ ອຸທິດ​ສ່ວນ​​ເປັນພິ​ເສດ​ທີ່​ສຸດ​ຕໍ່​ພາລະ​ກິດ​ການ​ປະຕິວັດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຊາດ​ຫວຽດນາມ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ຊີວິດ​ການ​ເຄື່ອນ​ໄຫວ​ຂອງທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຕິດ​ພັນ​ກັບ​ບັນດາ​ບາດກ້າວ​ພັດທະນາ​ຂອງ​ການ​ປະຕິວັດ​ຫວຽດນາມ ​ແລະ ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ, ສະຫງ່າ​ງອົ່ງ​ອາດ. ຊື່​ສຽງ​ຂອງທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຕິດ​ພັນ​ກັບ​ໄຊຊະນະ​ອັນ​ຍິ່ງ​ໃຫ່ຍຂອງ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ. ຕາມ​ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ແລ້ວ, ​ໄຊຊະນະ​ດັ່ງກ່າວ​ແມ່ນ​ມາ​ຈາກ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ໄດ້​ຮັບ​ການ​ຊີ້​ນຳນຳພາ​ຢ່າງຖືກຕ້ອງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງຂອງ​ພັກ​ກອມ​ມູນິດ​ຫວຽ​ດນາມ ​ແລະ ປະທານ​ໂຮ່ຈິ​ມິນ. ​ໄດ້​ຮັບ​ການສ້າງຂຶ້ນ​ດ້ວຍ​ເຈດ​ຈຳນົງ​ຕັດສິນ​ໃຈ​ຕໍ່ສູ້​ຍາດເອົາ​​ໄຊຊະນະ​ຂອງ ປຊຊ ຫວຽດນາມ, ​ໄດ້​ຮັບ​ການ​ນຳພາ​ຈາກ​ຖັນ​ແຖວ​ພະນັກງານທີ່​ມີ​ຄວາມ​ສາມາດ, ມີ​ປະສົບ​ການ​ໄດ້​ຮັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ໃນ​ວິວັດ​ການ​ຕໍ່ສູ້​ປະຕິວັດ ຊື່​ງທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ​ແມ່ນ​​ແບບຢ່າງ​ດີ​ເດັ່ນ. ວິວັດ​ການ​ເຂົ້າຮ່ວມ​ຊີ້​ນຳ​ນຳພາ, ຕໍ່ສູ້​ປະຕິວັດ​ພ້ອມ​ກັບ​ສູນ​ກາງ​ພັກ, ປະທານ​ໂຮ່ຈິ​ມິນ, ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ມີ​ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ, ປະກອບສ່ວນ​ສ້າງ ​ແລະ ພັດທະນາ​ທິດ​ສະ​ດີກາ​ນທະຫານ,​ ​ແນວທາງ​ສົງຄາມ ປຊຊ ພິ​ເສດສະ​ເພາະ​ຂອງ​ຫວຽດນາມ ​ໃນ​ຍຸກ​ສະ​ໄຫມ​ໂຮ່ຈິ​ມິນ.  ທິດ​ສະ​ດີ​ນັ້ນ​ແມ່ນ​ສືບ​ທອດ, ພັດທະນາ, ນຳ​ໃຊ້ສິລະ​ປະການ​ທະຫານ​ຫວຽດນາມ ​ແລະ ​ໂລກ, ສິລະ​ປະ​ຕີ​ສັດ​ຕູ​ຂອງ​ລຸ່ນພໍ່​ລຸ່ນອ້າຍ​ຫວຽດນາມ ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຊີ້​ນຳ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວປວງ​ຊົນ​ຫວຽດນາມ ສ້າງ​ເປັນ​ໄ​ຊຊະນະ​ອັນ​ຍິ່ງ​ໃຫ່ຍ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັດ​ຮັກສາ​ປະ​ເທດ​ຊາດ.

ພິທີໄຫ້ວອາໄລທ່ານ  ພົນເອກຫວໍ້ງວຽນຢາບ - ảnh 3
(ພາບ:
vnexpress.net)


“ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຕີ​ລາຄາ​ສູງ​ການ​ອຸທິ​ດສ່ວນ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ກອງທັບ​ປະຊາຊົນ​ຫວຽດນາມ ລຸ່ນຕ່າງໆໄດ້​ຖື​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແມ່ນ​ອ້າຍ​ກົກ​ຂອງ​ກອງທັບ​ປະຊາຊົນຫວຽດນາມ.  ບຸກຄະ​ລິກ ແລະ ​ການ​ອຸທິດ​ສ່ວນອັນ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ, ​ທ່ານແມ່ນ​ນາຍພົນຂອງ​ປະຊາຊົນ ​ແລະ ຖືກຮັກສາ​ໄວ້​ໃນ​ປະ​ຫວັດສາດຂອງ​ຊາດ​ຕະຫຼອດ​ໄປ. ສຳ​ເລັບ​ຂະ​ບວນການ​ຕິ​ວັດ​ຂອງໂລກ, ການ​ອຸທິດ​ສ່ວນ​ຂອງ​ພົນ​ເອກ​ໄດ້​ປະກອບ​ສ່ວນເຂົ້າ​​ໃນ​ການ​ລະດົມ​ກຳລັງ​ໃຈຕໍ່ສູ້​ເພື່ອ​ສັນຕິພາບ​, ​ເອກະລາດ​​ແຫ່ງ​ຊາດ, ຄວາມ​ກ້າວໜ້າ​ຂອງ​ສັງຄົມ, ຕ້ານ​ການ​ກົດ​ຂີ່​ຂູດ​ຮີດ, ຂາດ​ຍຸຕິ​ທຳ​ຢູ່​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ໃນອາຊີ, ອາ​ຟລິ​ກາ, ອາ​ຟລິ​ກາ​ລາ​ຕິນ ຢ່າງ​ແຮງ. ຊື່​ສຽງ​ຂອງ​ເພີ່ນ ​ໄດ້​ຮັບ​ການ​​ເຊີດ​ຊູ​ຈາກ​ໂລກ ​ແລະ ປະຊາຊົນ​ຜູ້​ຮັກ​ຮອມ​ສັນຕິພາບ                       ”.

      ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ພ້ອມ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ກອງທັບ; ບັນດາ​ຄະນະ​ຜູ້​ແທນ​ການ​ນຳ​ຂັ້ນ​ສູງ​ຕ່າງປະ​ເທດ, ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ​ສູນ​ກາງ. ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ, ນະຄອນ​ພ້ອມ​ກັບ​ຄອບຄົວ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ສະຫງວນ​ເວລາ 1 ນາທີ​ເພື່ອ​​ໄຫວ້ອາ​ໄລພົນ​ເອກ​ຫວໍ​ງວຽນ​ຢາ​ບ.

     ບັນດາ​ການ​ນຳ, ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ກອງທັບ, ບັນດາ​ກາ​ນຳ​ຂັ້ນ​ສູງ​ຕ່າງປະ​ເທດ, ບັນດາ​ຄະນະ​ທຸ​ຕາ​ນຸທູດ, ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​​ແຂວງ, ນະຄອນ​​ໄດ້​ໄປ​ອ້ອມໂລງ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ.

ພາຍຫລັງ​ສິ້ນ​ສຸດ​ພິທີ​​ໄຫວ້​ອາ​ໄລ ​ແມ່ນດຳ​ເນີນ​ພິທີ​ສົ່ງ​ໂລງ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ. ​​ກ່ອນເດີນທາງ​​​​ໄປ​ສະຫນາມ​ບິນສາກົນ ​ໂນ້ຍບາຍ ​ບົນ​ເສັ້ນທາງ​ໄປຂະ​ບວນລົດ​ສົ່ງໂລງ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ​ ໄດ້​ຢຸດຕິ​ຢູ່​​ເຮືອນ​ສ່ວນ​ຕົວ​ຂອງ​ເພີ່ນ​ ​ເລກທີ 30 ຖະຫນົນ ຮ່ວາງ​ຢ້ຽວ ຮ່າ​ໂນ້ຍ ​ເພື່ອ​ທຳ​ພິທີ​ຈິດ​ວິ​ນຍານ.

​ ​ເວລາ 10 ​ໂມງ 30 , ​ເຮືອບິນ​ພິ​ເສດ​ໝາຍ​ເລກ VN 103 ​ບິນ​ຈາກ​ສະຫນາມ​ບິນ ​ໂນ້ຍບາຍ ​ໄດ້​ນຳສົ່ງ​ໂລງ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໄປ​ຍັງສະຫນາມ​ບິນ​ ດົງ​ເຮີຍ ​ແຂວງ ກວ໋າງບີ່​ງ ​ເວລາ 12 ​ໂມງ 25 ນາທີ. ຫລັງ​ຈາກ​ນັ້ນ ຂະ​ບວນລົດ​ນຳສົ່ງໂລງ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ ​​ເດີນທາງ​ຈາກ​ສະຫນາມ​ບິນ ດົງ​ເຮີຍ ​ໄປ​ຕາມ​ເສັ້ນທາງ 1 A ​ເຖິງ​ສະຖານ​ທີ່​ປົງ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່ ຫວູງຈົວ ບ້ານ ທໍ້​ເຊີນ ​ຕາ​ແສງ ກວາງ​ດົງ, ​ເມືອງ ກວາງ​ແຈກ ​ແຂວງ ກວ໋າງບີ​ງ.

ກົງ​ກັບ​ເວລາ​ຈັດ​ພິທີ​​ໄຫວ້​ອາ​ໄລ ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ້ຫໍ​ຈັດ​ງາ​ນສົບ​ແຫ່ງ​ຊາດ​ຢູ່ ຮ່າ​ໂນ້ຍ, ພິທີ​ສົບ ພົນ​ເອກ ຫວໍ​ງວຽນ​ຢາ​ບ ກໍ​ໄດ້​ຈັດ​ຕັ້ງ​ຂຶ້ນ​ຢູ່​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງບີ​ງ ຊື່​ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພີ່ນ ​ແລະ ຢູ່​ຫໍ​ປະຊຸມ​ເອກະ​ພາບ​ນະຄອນ ​ໂຮ່ຈິ​ມີນ.

ເວລາ 16 ​ໂມງ​ຕອນ​ບ່າຍ​ວັນ​ທີ 13/10, ພິທີ​ປົງ​ສົບ​ພົນ​ເອກ ຫວໍ​ງວຽນ​ຢາ​ບກໍ່​ດຳ​ເນີນ​ໄປ​ຢູ່​ເຂດ ຫວຸງຈົ່ວ( ​ເມືອງ​ທໍ້​ເຊີນ, ຕາ​ແສງ​ກວາງ​ດົງ, ​ເມືອງ​ກວາງ​ແຈກ, ​ແຂວງ​ກວາງ​ບີ່​ນ) ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ... ​ແລະ ບັນດາ​ສະມາຊິກ​ໃນ​ຄອບຄົວ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້​ມີໜ້າ​ໃນ​ພິທີ​ປົງ​ສົບ. ພິທີ​ປົງ​ສົບພົນ​ເອກ ຫວໍ​ງວຽນ​ຢາ​ບໄດ້​ສິ້ນ​ສຸດ​ໃນ​ຄວາມທຸກ​ເສົ້າ​ເສຍດາຍ​ຂອງ​ປະຊາຊົນ​ນັບ​ໝື່ນ​ຄົນ.

ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 4/10/2013 ລວມອາຍຸ 103 ປີ. ​ທີ່​ພິທີ​ໄຫວ້​ອາ​ໄລ​ຖືກຈັດ​ຂຶ້ນ​ຢ່າງເປັນ​ທາງ​ການ ​ໃນ​ວັນ​ທີ 12/10 ຢູ່​ຫໍ​ຈັດ​ງານ​ສົບ​ຢູ່​ຮ່າ​ໂນ້ຍ, ຮອດ​ເວລາ 21 ​ໂມງ ມີ​ກວ່າ 20.000 ​ເທື່ອ​ຄົນ​ເຂົ້າ​ໄຫວ້​ອາ​ໄລ, ​ໃນ​ນັ້ນ ມີ​ການ​ນຳ​ຫລາຍ​ປະ​ເທດ ​ແລະ ຄະນະ​ຜູ້​ແທນ​ສາກົນກວ່າ 200 ຄະນະ ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ ພົນ​ເອກ ຫວໍ​ງວຽນ​ຢາ​ບ. ສ່ວນ​ຢູ່​ແຂວງ ກວ໋າງບີ​ງ ​ແລະ ນະຄອນ​ໂຮ່ຈິ​ມີນ ມີ​ກວ່າ 90.000 ​ເທື່ອ​ຄົນ​ໄດ້​ເຂົ້າ​ໄຫວ້​ອາ​ໄລ ພົນ​ເອກ ຫວໍ​ງວຽນ​ຢາ​ບ.


ຂ່າວ/ບົດ​ອື່ນ