ພື້ນຖານເສດຖະກິດ ຫວຽດນາມສືບຕໍ່ເຕີບໂຕຢ່າງແຮງໃນຊຸມເດືອນທ້າຍປີ 2022

(VOVWORLD) -ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະເຕີບໂຕຢ່າງແຮງນັບແຕ່ນີ້ຮອດທ້າຍປີ ເປັນຕົ້ນ ເມື່ອຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃຫມ່ 

ໃນບົດລາຍງານຫລ້າສຸດກ່ຽວກັບເສດຖະກິດ ຫວຽດນາມ, ທະນາຄານ  Standard Chartered ໄດ້ໃຫ້ຂໍ້ສັງເກດວ່າ: ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະເຕີບໂຕຢ່າງແຮງນັບແຕ່ນີ້ຮອດທ້າຍປີ ເປັນຕົ້ນ ເມື່ອຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃຫມ່ ພາຍຫລັງ 2 ປີຖືກຜົນສະທ້ອນຢ່າງແຮງຍ້ອນໂລກລະບາດໂຄວິດ. ທະນາຄານ Standard Chartered ຮັກສາການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸ 10,8% ໃນໄຕມາດ III/2022 ແລະ3,9% ໃນໄຕມາດ IV/2022, ການເຕີບໂຕ GDP ທັງປີ ບັນລຸ 6,7%.

ບັນດາຜູ້ຊ່ຽວຊານຂອງ Standard Chartered ຖືວ່າ ໄພເງິນເຟີ້ໃນເດືອນສິງຫາ ອາດຈະຢູ່ໃນລະດັບ 3% ແລະ ປະຈຸບັນພວມຢູ່ໃນລະດັບຄວບຄຸມໄດ້.

ພ້ອມກັບ Standard Chartered, ບັນດາຜູ້ຊ່ຽວຊານຂອງທະນາຄານ HSBC ກໍຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ບັນລຸຜົນງານທີ່ຫນ້າຊື່ນຊົມ. ໃນນັ້ນ ຂະແຫນງຕ່ຳແຜ່ນຕັດຫຍິບ ແລະເກີບຫນັງໄດ້ຮັບການຕີລາຄາວ່າແມ່ນ ເຕີບໂຕຢ່າງແຮງ, ບັນລຸ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຕາມ HSBC ແລ້ວ, ການເຕີບໂຕລາຍຮັບຂາຍຍ່ອຍບັນລຸລະດັບສະຖິຕິ, ກວ່າ 55%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ