ພື້ນຖານເສດຖະກິດພວມພັດທະນາ ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນພັດທະນາໃຫ້ພາກພື້ນ

(VOVWORLD) - ພື້ນຖານເສດຖະກິດພວມພັດທະນາ ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນພັດທະນາໃຫ້ພາກພື້ນ ນີ້ແມ່ນຄຳຢັ້ງຢືນຂອງທ່ານ Donald Campbell ປະທານສະພາຮ່ວມມືເສດຖະກິດ ປາຊີຟິກ 
ພື້ນຖານເສດຖະກິດພວມພັດທະນາ ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນພັດທະນາໃຫ້ພາກພື້ນ - ảnh 1 ທ່ານ Donald Campbell

ໃນການແລກປ່ຽນກັບນັກຂ່າວຢູ່ນອກກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC (SOM 2) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມດຳເນີນໄປຢູ່ ຮ່າໂນ້ຍ. ຕາມທ່ານ Donald Campbell ແລ້ວ ໃນຮອບ 28 ປີນັບແຕ່ເມື່ອສ້າງຕັ້ງ, APEC ບັນລຸໄດ້ບັນດາຜົນງານດີພໍສົມຄວນໃນຫລາຍຂົງເຂດ. ທ່ານ Donald Campbell ໃຫ້ຮູ້ວ່າ:

        “ບົດບາດຂອງ APEC ແມ່ນສືບຕໍ່ສ້າງກຳລັງໜູນ ເພື່ອເຊື່ອມຕໍ່ເສດຖະກິດ, ຊຸກຍູ້ການຫັນການຄ້າເປັນເສລີ, ເປີດປະຕູຕະຫລາດການຄ້າ. ພາກພື້ນ APEC ດ້ວຍບາງພື້ນຖານເສດຖະກິດພວມພັດທະນາແຮງຄື ຫວຽດນາມ ໝັ້ນໝາຍສືບຕໍ່ພັດທະນາໃນ 20 30 ປີຈະມາເຖິງ ເພື່ອບັນລຸລະດັບການເຕີບໂຕຕາມຄວາມຫວັງ, ບັນດາພື້ນຖານເສດຖະກິດສະມາຊິກ APEC, ໃນນັ້ນມີ ຫວຽດນາມ ຄວນຮັບປະກັນການເຕີບໂຕໝັ້ນຄົງ, ກວມລວມ, ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ຄວາມແຕກໂຕນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກເພີ່ມຂຶ້ນ.  

ຕອບກັບ

ຂ່າວ/ບົດ​ອື່ນ