ພົນເອກ ໂງຊວນລິກ ໃຫ້ການຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກາຊັກສະຖານ

(VOVWORLD) - ຕອນບ່າຍວັນທີ 19 ເມສາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Talgat Sabitovich Mukhtarov ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ກາຊັກສະຖານ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ພົນເອກ ໂງຊວນລິກ ໃຫ້ການຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກາຊັກສະຖານ - ảnh 1 ທີ່ການຕ້ອນຮັບ (ພາບ: qdnd.vn)

 ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍທ່ານພົນຕີ Talgat Sabitovich Mukhtarov ແລະ ຄະນະຜູ້ແທນທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກາຊັກສະຖານ.

        ສ່ວນທ່ານພົນຕີ Talgat Sabitovich Mukhtarov ໄດ້ແຈ້ງໃຫ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ຊາບກ່ຽວກັບໝາກຜົນແຫ່ງການເຈລະຈາຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ກາຊັກສະຖານ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ. ທ່ານພົນຕີ Talgat Sabitovich Mukhtarov ປາດຖະໜາວ່າ ໃນໄລຍະຈະມາເຖິງ ກະຊວງປ້ອງກັນປະເທດ 2 ປະເທດຈະມີບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ ເປັນຕົ້ນແມ່ນໃນບັນດາຂົງເຂດບຳລຸງສ້າງ, ອຸດສາຫະກຳ ປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ, ເໝາະສົມກັບຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ