ພົນໂທ ໂງຊວນລິກ ຕ້ອນຮັບເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ອິດສະລາແອນປະຈຳຫວຽດນາມ

(VOVWORLD) -ວັນທີ 27 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານພົນໂທ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ອິດສະລາແອນ ປະຈຳ ຫວຽດນາມ Nadav Eshcar ເຂົ້າຢ້ຽມຢາມຂ່ຳນັບ.

ພົນໂທ ໂງຊວນລິກ ຕ້ອນຮັບເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ອິດສະລາແອນປະຈຳຫວຽດນາມ - ảnh 1ທ່ານພົນໂທ ໂງຊວນລິກມອບຂອງຂວັນໃຫ້ ທ່ານເອກອັກຄະລັດຖະທູດ Nadav Eshcar ເປັນທີ່ລະນຶກ

(ພາບ:qdnd.vn)

 ທີ່ການຕ້ອນຮັບ, ທ່ານພົນໂທ ໂງຊວນລິກ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Nadav Eshcar ທີ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອິດສະລາແອນປະຈຳຫວຽດນາມ; ແລະ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງທ່ານ ເອກອັກຄະລັດຖະທູດ ຈະປະສົບຜົນສຳເລັດອັນດີງາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນຊາດ.

         ສ່ວນທ່ານ ເອກອັກຄະລັດຖະທູດ Nadav Eshcar ຢັ້ງຢືນວ່າ ໃນຖານະດຳລົງຕຳແໜ່ງໃໝ່  ທ່ານຈະເຮັດວຽກຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ - ອິດສະລາແອນ, ໃນນັ້ນ, ຂົງເຂດປ້ອງກັນຊາດແມ່ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່.



ຕອບກັບ

ຂ່າວ/ບົດ​ອື່ນ