ພົບປະກັບພໍ່ແມ່ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດໃນລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”

(VOVWORLD) -ລາຍການນີ້ VOV ໄດ້ຈັດມາແຕ່ຊຸມປີ 1980, ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ, ຕິດພັນກັບພໍ່ແມ່ພິ່ນ້ອງຮ່ວມຊາດທີ່ອາໄສຢູ່ຫ່າງຈາກບ້ານເກີດເມືອງນອນໃນໂອກາດບຸນເຕັດວຽນມາ.
ພົບປະກັບພໍ່ແມ່ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດໃນລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” - ảnh 1(ຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາເຂົ້າຮ່ວມລາຍການ)

        ຕອນຄ່ຳວັນທີ 13 ມັງກອນ (ກົງກັບວັນທີ 22 ເດືອນ 12 ປີຂານ ໄລ່ຕາມຈັນທະປະຕິທິນ), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດງານພົບປະກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນກັບມາຕ້ອນຮັບລະດູບານໃໝ່, ບຸນເຕັດປີແມວຢູ່ບ້ານເກີດເມືອງນອນ. ມີຊາວ ຫວຽດນາມ ເກືອບ 150 ຄົນອາໄສຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ມາຖະຫວາຍທູບທຽນຢູ່ແທ່ນບູຊາປະທານໂຮ່ຈີມິນ ຢູ່ສຳນັກງານ VOV, ເລກທີ 58, ຖະໜົນ ກວານຊື, ຮ່າໂນ້ຍ, ພົບປະແລກປ່ຽນ ແລະ ເຂົ້າຮ່ວມງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.

        ກ່າວຄຳເຫັນຍິນດີຕ້ອນຮັບຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ, ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ໄດ້ແບ່ງປັນຄວາມຫຍຸ້ງຍາກຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາຍ້ອນໂລກລະບາດ, ການປະທະກັນ ແລະ ໄພເງິນເຟີ້; ຂອບໃຈພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ຍາມໃດກໍ່ເອົາໃຈໃສ່ ແລະ ຕິດພັນກັບ VOV. ທ່ານ ໂດ້ຕຽນຊີ ໃຫ້ຮູ້ວ່າ, ລາຍການນີ້ VOV ໄດ້ຈັດມາແຕ່ຊຸມປີ 1980, ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ, ຕິດພັນກັບພໍ່ແມ່ພິ່ນ້ອງຮ່ວມຊາດທີ່ອາໄສຢູ່ຫ່າງຈາກບ້ານເກີດເມືອງນອນໃນໂອກາດບຸນເຕັດວຽນມາ.

        ທີ່ການພົບປະ, ຜູ້ແທນທີ່ແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕີລາຄາສູງບົດບາດຂອງ VOV, ແມ່ນຂົວເຊື່ອມຕໍ່ກັບປະຊາຄົມຊາວ ຫວຽດນາມ ທີ່ຢູ່ຫ່າງຈາກບ້ານເກີດເມືອງນອນມາເປັນເວລາຫຼາຍປີ. ຍ້ອນມີຂໍ້ມູນອັບເດດ, ມີການສື່ສານຫຼາຍຮູບຫຼາຍແບບຈາກສື່ມວນຊົນ ແລະ ສື່ສັງຄົມອອນລາຍຂອງ VOV, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂຶ່ງມີຄວາມຮູ້ສຶກວ່າໄດ້ຢູ່ໃກ້ກັບບ້ານເກີດເມືອງນອນ, ປະເທດຊາດຂອງຕົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ