ພົບປະຜູ້ແທນປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີດີເດັ່ນປີ 2019

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຄືວັນທີ 18 ພຶດສະພາ, ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ຈັດຕັ້ງການພົບປະກັບຜູ້ແທນ ຊຶ່ງແມ່ນປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຢີ ດີເດັ່ນປີ 2019.
ພົບປະຜູ້ແທນປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີດີເດັ່ນປີ 2019 - ảnh 1ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມການພົບປະມີ ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ.

        ກ່າວຄໍາເຫັນທີ່ການພົບປະ, ທ່ານຫວໍວັນເຖືອງ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ຖັນແຖວປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ມີຫຼາຍກິດຈະກໍາວິທະຍາສາດ ອັນໄດ້ມີການປະກອບສ່ວນສໍາຄັນເຂົ້າໃນການປ່ຽນແປງໂຄງປະກອບພື້ນຖານເສດຖະກິດ, ເພີ່ມສະມັດຕະພາບແຮງງານ, ຊຸກຍູ້ການເຕີບໂຕເສດຖະກິດຢູ່ໃນລະດັບສູງ. ທ່ານເນັ້ນໜັກວ່າ:

        “ທົ່ວພັກ, ທົ່ວປວງຊົນ ຍາມໃດກໍເຄົາລົບ ແລະ ຕັ້ງຄວາມຫວັງຕໍ່ຖັນແຖວປັນຍາຊົນ ພ້ອມທັງຫວັງວ່າ ຖັນແຖວປັນຍາຊົນ ແລະ ບັນດານັກວິທະຍາສາດ ຈະສືບຕໍ່ສູ້ຊົນຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນທາດດ້ານການເມືອງ, ຄຸນສົມບັດ, ກໍາລັງຄວາມສາມາດທາງດ້ານວິຊາສະເພາະ, ເສີມຂະຫຍາຍບົດບາດຢ່າງຂະຫຍັນຂັນເຄື່ອນ ແລະ ປະດິດຄິດສ້າງບືນຕົວຂຶ້ນກາຍເປັນປັດໄຈແກ່ນສານ, ປະຈັນບານໃນການສ້າງສາ ແລະ ພັດທະນາປະເທດຊາດ. ພັກ ແລະ ລັດຫວຽດນາມ ຈະຮັບຟັງຄໍາຄິດເຫັນປະກອບຢ່າງສຸດອົກສຸດໃຈຂອງຖັນແຖວປັນຍາຊົນ, ບັນດານັກວິທະຍາສາດ ເປັນປະຈໍາ ເພື່ອປ່ຽນແປງໃໝ່ເນື້ອໃນ ແລະ ຮູບການນໍາພາ”.


 

ຕອບກັບ

ຂ່າວ/ບົດ​ອື່ນ