ພົບ​ປະ​ສັງ​ສັນ​ກັບ​ນັກ​ຮົບ​ດ້ຽນ​ບຽນ, ຊາວ​ໜຸ່ມ​ຕະ​ລຸມບອນ ແລະ ຄົນງານ​ເກນ​ຮັບ​ໃຊ້​ແນວ​ຮົບ

(VOVWORLD) -   “ການພົບປະສັງສັນນີ້ ເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງຕໍ່ພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນກ່ຽວກັບຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະດ້ຽນບຽນຝູ; ຢັ້ງຢືນການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໄສຂອງພັກຄອມມູນິດ ຫວຽດນາມ, ປະທານ ໂຮ່ຈີມິນ ແລະ ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນໄຊຊະນະຂອງບັ້ນຕໍ່ສູ້ກູ້ຊາດ..."
ພົບ​ປະ​ສັງ​ສັນ​ກັບ​ນັກ​ຮົບ​ດ້ຽນ​ບຽນ, ຊາວ​ໜຸ່ມ​ຕະ​ລຸມບອນ ແລະ ຄົນງານ​ເກນ​ຮັບ​ໃຊ້​ແນວ​ຮົບ - ảnh 1ງານພົບປະສັງສັນກັບນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ ແລະ ຄົນງານເກນຮັບໃຊ້ແນວຮົບ ດ້ຽນບຽນຝູ (ພາບ: truyenhinhthanhhoa.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ວັນທີ 7 ພຶດສະພາ 1954 – 7 ພຶດສະພາ 2024), ຕອນເຊົ້າວັນທີ 6 ເມສາ, ຢູ່ແຂວງ ແທງຮວ໊າ, ໄດ້ດຳເນີນລາຍການ “ພົບປະສັງສັນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນຮັບໃຊ້ແນວຮົບ ໃນບັ້ນຮົບດ້ຽນບຽນຝູ”. ທ່ານນາງ ໂຕທິບິກເຈົາ, ຮອງປະທານຄະນະກຳມະການສູນກາງແນວຮົມປະເທດຊາດ ຫວຽດນາມ, ໃຫ້ຮູ້ວ່າ ນີ້ແມ່ນໂອກາດ ເພື່ອຫວນຄືນຊຸມວັນເດືອນປີທີ່ສະຫງ່າອົງອາດຂອງປະເທດຊາດ, ຈາກນັ້ນ ຊ່ວຍໃຫ້ຄົນລຸ້ນໜຸ່ມ ເສີມຂະຫຍາຍມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕັດສິນໃຈປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ:

        “ການພົບປະສັງສັນນີ້ ເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງຕໍ່ພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນກ່ຽວກັບຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະດ້ຽນບຽນຝູ; ຢັ້ງຢືນການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໄສຂອງພັກຄອມມູນິດ ຫວຽດນາມ, ປະທານ ໂຮ່ຈີມິນ ແລະ ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນໄຊຊະນະຂອງບັ້ນຕໍ່ສູ້ກູ້ຊາດ. ພວກເຮົາເຊີດຊູການປະກອບສ່ວນຂອງນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນຮັບໃຊ້ແນວຮົບ ແລະ ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູໂດຍກົງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ”.

        ໃນບັ້ນຮົບດ້ຽນບຽນຝູ, ມີປະຊາຊົນແຂວງ ແທັງຮວ໊າ ເກືອບ 179.000 ຄົນ ທີ່ພວມຢູ່ໃນເກນອາຍຸອອກແຮງງານໄດ້ໄປຮັບໃຊ້ແນວຮົບ; ມີລົດຖີບກວ່າ 3.500 ຄັນ ໄດ້ຮັບການລະດົມ. ຄົນງານເກນຮັບໃຊ້ແນວຮົບແຂວງ ແທັງຮວ໊າ ໄດ້ ຂົນສົ່ງເຂົ້າຈຳນວນກວ່າ 9.000 ໂຕນ ໄປສະໜາມຮົບດ້ຽນບຽນຝູ. ນັ້ນແມ່ນບົດບາດເປັນ “ແນວຫຼັງອັນໝັ້ນແກ່ນຂອງແນວໜ້າ”. 

        ນອກນັ້ນ, ເມື່ອເວົ້າເຖິງໄຊຊະນະ ດ້ຽນບຽນຝູ, ທ່ານສາດສະດາຈານ Ezequiel Ramoneda, ຜູ້ປະສານງານສູນ ຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ (CESEA) ຂຶ້ນກັບສະຖາບັນພົວພັນສາກົນ ມະຫາວິທະຍາໄລແຫ່ງຊາດ La Plata ອາກຊັງຕິນ (UNLP) ຖືວ່າ: ໄຊຊະນະ ດ້ຽນບຽນຝູ ປີ 1954 ຂອງຊາດ ຫວຽດນາມ ແມ່ນສັນຍາລັກຂອງຂະບວນການປົດປ່ອຍບັນດາປະຊາຊາດຫົວເມືອງຂຶ້ນ, ບັນດາປະເທດຖືກກົດຂີ່ຂູດຮີດໃນໂລກ. ທ່ານ ຢັ້ງຢືນວ່າ ໄຊຊະນະດັ່ງກ່າວຂອງ ຊາວ ຫວຽດນາມ ບໍ່ພຽງແຕ່ແມ່ນແຫຼ່ງລະດົມກຳລັງໃຈເທົ່ານັ້ນ ຫາກຍັງເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມ ແລະ ການເສຍສະຫຼະຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກຂອງປະເທດ ທີ່ຍາມໃດກໍຕໍ່ສູ້ເພື່ອເອກະລາດ, ເສລີພາບ ຈະຍາດໄດ້ໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ