ພົບປະສັງສັນນັກຮົບເກົ່າປົດປ່ອຍເມືອງເກາະເຈື່ອງຊາໂດຍກົງ

ພົບປະສັງສັນນັກຮົບເກົ່າປົດປ່ອຍເມືອງເກາະເຈື່ອງຊາໂດຍກົງ - ảnh 1
ພົບປະສັງສັນນັກຮົບເກົ່າປົດປ່ອຍເມືອງເກາະເຈື່ອງຊາໂດຍກົງ
(ພາບ: baokhanhhoa.com.vn)

(vovworld) – ໂດຍ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ໝູ່​ເກາະ ຮ່​ວາງ​ຊາ, ແຂ​ວງ ແຄ໋ງ​ຮ່​ວາ (29/4/1975 – 29/4/2015), ວັນ​ທີ 30/3, ນັກ​ຮົບ​ເກົ່າ ເຈື່ອງ​ຊາ ​ເກືອບ 60 ຄົນໄດ້​ມີ​ການ​ພົບ​ປະ​ສັງ​ສັ​ນ​ຢູ່​ນະ​ຄອນ ຍາ​ຈາງ, ແຂ​ວງ ແຄ໋ງ​ຮ່​ວາ. ທີ່​ການ​ພົບ​ປະ, ບັນ​ດາ​ນັກ​ຮົບ​ເກົ່າ​ຢັ້​ງ​ຢືນ​ວ່າ: ການປົດ​ປ່ອຍ​ໝູ່​ເກາະ ເຈື່ອງ​ຊາ, ມີ​ຄວາມ​ໝາຍ​ສ​ຳ​ຄັນ​ພິ​ເສດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບັນ​ດາ​ນັກ​ຮົບ​ເກົ່າ ເຈື່ອງ​ຊາ ໄດ້​ພ້ອມ​ກ​ັນທົບ​ທວນ​ຄືນ​ຊຸມ​ວັນ​ທີ່​ລຳ​ບາກ​ກາ​ກ​ກ​ຳ​ເພື່ອ​ປ​ົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ຢື້​ຢາມ​ຖາມ​ຂ່າວ​ຄອບ​ຄົວ​ບັນ​ດາ​ສະ​ມາ​ຊິກ​ທີ່​ມີ​ຜູ້​ເຈັບ​ເປັນ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ ຫງວຽນ​ຊວນ​ຖູ່ຍ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ສະ​ມາ​ຄົມ​ທະ​ຫານ​ປົດ​ປ່ອຍ ເຈື່ອງ​ຊາ ໃຫ້​ຮູ້​ວ່າ: ໃນ​ຂະ​ນະ​ນັ້ນ, ທ​ຸກ​ຄົນ​ລ້ວນ​ແຕ່​ສຸມ​ກຳ​ລັງ​ເຫື່ອ​ແຮງ​ທັງ​ໝົດ​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ​ປົດ​ປ່ອຍ​ໝູ່​ເກາະ ເຈື່ອງ​ຊາ ແລະ ຮັກ​ສາ​ຜືນ​ແຜ່ນ​ດິນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ໄວ້.


ຂ່າວ/ບົດ​ອື່ນ