ພົບປະສັງສັນເນື່ອງໃນໂອກາດບຸນເຕັດCholChnamThmay2016ຂອງປະຊາຊົນເຜົ່າຂະແມ

ພົບປະສັງສັນເນື່ອງໃນໂອກາດບຸນເຕັດCholChnamThmay2016ຂອງປະຊາຊົນເຜົ່າຂະແມ - ảnh 1
ບ​ຸນ​ເຕັດ Chol Chnam Thmay

(vovworld)- ວັນ​ທີ 11/4, ເນື່ອງ​ໃນ​ໂອ​ກາດບ​ຸນ​ເຕັດ Chol Chnam Thmay ຂອງ​ປະ​ຊາ​ຊົນ​ເຜົ່າ​ຂະ​ແມ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໂດຍ​ທ່ານ ເຈີນ​ຫືວ​ຫຽບ, ກຳ​ມະ​ການ​ສະ​ເພາະ​ກິດ ຄະ​ນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ເປັນ​ຫົວ​ຫນ້າ​ຄະ​ນະ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ແລະ ມອບ​ຂອງ​ຂວັນ​ໃຫ້​ສະ​ມາ​ຄົມ​ສ​າ​ມັກ​ຄີ​ພະ​ສົງ​ສຳ​ມະ​ເນນ​ຮັກ​ຊາດ ແຂວງ ຊອກ​ຈັງ ແລະ ວັດ​ວາ​ອາ​ຮາ​ມ​ຈຳ​ນວ​ນ​ຫນຶ່ງ, ບັນ​ດາ​ພະ​ນັກ​ງານ​ກິນ​ເບ້ຍ​ບຳ​ນານ ຊາວ​ເຜົ່າ​ຂະ​ແມ ທີ່​ດີ​ເດັ່ນ ແລະ ປ​ະ​ຊາ​ຊົນ​ເຜົ່າ​ຂະ​ແມ​ຢູ່ ແຂວງ ຊອກ​ຈັງ. ນະ​ທີ່​ນີ້ ທ່ານ ເຈີນ​ຫືວ​ຫຽບ ປາດ​ຖະ​ຫນາ ວ່າ ສະ​ມາ​ຄົມ​ດັ່ງ​ກ່າວ ພ້ອມ​ກັບ​ພະມະ​ຫາອາ​ຈານ, ພະ​ອາ​ຈານ​, ພະ​ນັກ​ງານ​ຊາວ​ເຜົ່າ​ຂະ​ແມ​ດີ​ເດັ່ນຈະ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ຫນ້າ​ໃນ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ຂະ​ແມ ຮັກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳໃຈ​ສາ​ມັກ​ຄີ​ບັນ​ດາ​ຊົນ​ເຜົ່າ ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​​ການ​ດຳ​ລົງຊີ​ວິດ​ເພື່ອ​ປະ​ກອບ​ສ່ວນ​ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ທ້ອງ​ຖິ່ນ.

ເນື່ອງ​ໃນ​ໂອ​ກາດ​ນີ້, ຢູ່​ແຂວງ ບາກ​ລຽວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ພະ​​ມະ​ຫາອາ​ຈານ, ພະ​ອາ​ຈານ​, ຄະ​ນະ​​ບໍ​ລິ​ຫານ​ບັນ​ດາ​ວັດ​ຂອງ​ຊາວ​ເຜົ່າ​ຂະ​ແມ, ພະ​ນັກ​ງານ, ລັດ​ຖະ​ກອນ​ຊາວ​ເຜົ່າ​ຂະ​ແມເຊັ່ນ​ດຽວ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ