ພົບປະເຈລະຈາ ອາຊຽນ - ການາດາ ຄັ້ງທີ 14

(VOVWORLD) - ໃນລະຫວ່າງວັນທີ 07 – 08/05 ຢູ່ນະຄອນຫລວງ Ottawa ປະເທດ ການາດາ ໄດ້ດຳເນີນກອງປະຊຸມພົບປະເຈລະຈາຄັ້ງທີ 14 ລະຫວ່າງບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ການາດາ
ພົບປະເຈລະຈາ ອາຊຽນ - ການາດາ ຄັ້ງທີ 14 - ảnh 1 (ພາບປະກອບ)


ກອງປະຊຸມແນໃສ່ຕີລາຄາຄວາມຄືບໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນແຜນການດຳເນີນງານໄລຍະ 2016 – 2020 ແລະ ກະກຽມໃຫ້ບັນດາການເຄື່ອນໄຫວຂັ້ນສູງໃນໄລຍະຈະມາເຖິງ, ພິເສດ ແມ່ນໃນສະພາວະ 2 ຝ່າຍພວມຈັດຕັ້ງສະເຫຼີມສະຫຼອງ 40 ປີແຫ່ງການພົວພັນ ອາຊຽນ - ການາດາ. ທີ່ກອງປະຊຸມ ທ່ານ Donald Bobiash ຫົວໜ້າ SOM ການາດາ ເນັ້ນໜັກວ່າ: ການາດາ ປາດຖະໜາຢາກພ້ອມກັບ ອາຊຽນ ສືບຕໍ່ຊຸກຍູ້ຄວາມເສລີ ແລະ ຮ່ວມສຳພັນດ້ານການຄ້າ, ໃນນັ້ນ ອາດຈະສ້າງສັນຍາການຄ້າເສລີ ອາຊຽນ - ການາດາ.

        ກ່າວຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນ ອາຊຽນ - ການາດາ ແລະ ປາດຖະໜາຢາກໃຫ້ 2 ຝ່າຍຈະມີການເຄື່ອນໄຫວແທດຈິງຫລາຍຢ່າງຕື່ມອີກ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ