ພົບແລ້ວຈຸດເກີດອຸບັດເຫດຍົນ Mi-17 ຂອງ ກອງທັບຕົກ

ພົບແລ້ວຈຸດເກີດອຸບັດເຫດຍົນ Mi-17 ຂອງ ກອງທັບຕົກ - ảnh 1
(ພາບປະກອບ)

ຂປລ. ຄະນະ​ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ກະຊວງ​ປ້ອງ​ກັນປະ​ເທດ​ລາວ​ຢືນ ຢັນ​​ໃນ​ວັນ​ທີ 29 ກໍລະກົດ 2015 ນີ້​ວ່າ: ​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ກໍລະ​ກົດນີ້ ​ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດສາມາດ​ພົບ​ເຫັນ​ສັນຍານ ​ແລະ ຈຸດ​ເກີດອຸບັດ​ເຫດ​​ຍົນ Mi-17 ຂອງ​ກອງທັບຕົກ ​ຢູ່​ທາງ​ທິດ​ເໜືອ​ຂອງ​ບ້ານ​ຫລວງ​ພັນ​ໄຊ ​ເມືອງ​ລ່ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ປັດຈຸບັນ​ນີ້ ​ເຈົ້າ​ໜ້າ​ທີ່ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ພວມ​ມຸ້ງ​ໜ້າ​ເຂົ້າ​ຫາ​ຈຸດ​ເກີດ​ເຫດ ​ແລະ ເລັ່ງຊອກ​ຄົ້ນ​ຫາຍົນ​ດັ່ງກ່າວ ທາມ​ກາງ​ສະພາບ​ອາກາດ​ທີ່ບໍ່​ເອື້ອ​ອໍານວຍ ​ແລະ ​ເສັ້ນທາງ​ເຂົ້າ​ເຖິງ​ຈຸດ​ເກີດ​ເຫດປະກອບ​ມີ​ພູຜາ​ປ່າດົງ​ຕືບ ໜາ, ຄາດ​ວ່າ​ຈະ​ພົບ​ເຫັນ​ຍົນ​ລໍາ​ດັ່ງກ່າວ​ໃນ​ໄວໆ​ນີ້.

ຍົນ ​ລໍາ​ດັ່ງກ່າວ, ໄດ້ບິນ​ຂຶ້ນ​ຈາກ​ນະຄອນຫລວງ​ວຽງຈັນໃນ​ເວລາ 13:10 ​​ໂມງ ຂອງ​ວັນ​ທີ 27 ກໍລະກົດ 2015 ເພື່ອ​ໄປ​ປະຕິບັດໜ້າທີ່ຢູ່ ​ແຂວງ​ຊຽງຂວາງ-ຫົວພັນ ​ເມື່ອ​ບິນ​ໄປ​ໄດ້​ໄລຍະໜຶ່ງ ສູນ​ຄວບ​ຄຸມ​ການບິນ ບໍ່ສາມາດ​ຕິດ​ຕໍ່​ສື່ສານ​ກັບ​ຍົນ​ລຳ​ດັ່ງກ່າວ​ ເຊິ່ງມີ​ຈຸ​ບິນ 4 ຄົນ ​ແລະ ຜູ້​ໂດຍ​ສານ 19 ຄົນ.

ຂ່າວ/ບົດ​ອື່ນ