ພິມ​ຈໍາໜ່່າຍປຶ້ຶມ​ປົກ​ຂາ​ວການ​ຄ້າ​ເອ​ເລັກ​ໂຕ​ນິກ 2020

(VOVWORLD) -    ເພື່ອແນໃສ່ຕີລາຄາວິວັດການເຄື່ອນໄຫວຂອງການຄ້າເອເລັກໂຕນິກ ຫວຽດນາມ, ພິເສດແມ່ນໃນໄລຍະ 2016 – 2019 ສະໜອງບັນດາຕົວເລກສະຖິຕິສັງລວມກ່ຽວກັບຂົງເຂດນີ້, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ຫາກໍພິມຈໍາໜ່າຍປ້ຶມປົກຂາວການຄ້າເອເລັກໂຕນິກ ປີ 2020.
ພິມ​ຈໍາໜ່່າຍປຶ້ຶມ​ປົກ​ຂາ​ວການ​ຄ້າ​ເອ​ເລັກ​ໂຕ​ນິກ 2020 - ảnh 1ການພິມຈໍາໜ່າຍປຶ້ມປົກຂາວການຄ້າເອເລັກໂຕນິກ 2020 ຈະສືບຕໍ່ສະໜອງຂໍ້ມູນສໍາຫຼວດຢ່າງເປັນທາງການກ່ຽວກັບສະພາບການນໍາໃຊ້ເອເລັກໂຕນິກໃນວິສາຫະກິດເວົ້າລວມ ແລະ ວິສາຫະກິດນໍາເຂົ້າ - ສົ່ງອອກເວົ້າສະເພາະ(ພາບ: BNEWS/TTXVN)

     ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ໃຫ້ຮູ້ວ່າ ປີ 2019 ແມ່ນປີສ້າງຂີດໝາຍແກ່ການປ່ຽນແປງຂອງການຄ້າເອເລັກໂຕນິກຢູ່ຫວຽດນາມ ໃນໄລຍະ 5 ປີ ການປະຕິບັດແຜນການສັງລວມແຫ່ງການພັດທະນາການຄ້າເອເລັກໂຕນິກຂອງຫວຽດນາມໄລຍະ 2016 – 2020 ໂດຍນາຍົກລັດຖະມົນຕີປະກາດໃຊ້. ດ້ວຍລະດັບການເຕີບໂຕສູງຂອງພື້ນຖານເສດຖະກິດ (GDP ບັນລຸ 7,02%), ການຄ້າເອເລັກໂຕນິກໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການຈໍລະຈອນສິນຄ້າ ແລະ ການບໍລິການ, ໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງຊອກຫາກາລະໂອກາດທໍາການຜະລິດ ແລະ ດໍາເນີນທຸລະກິດບັນລຸປະສິດທິຜົນໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ກໍາລັງແຜ່ຂະໜາຍຂອງການປະຕິວັດອຸດສາຫະກໍາຄັ້ງທີ 4. ການພິມຈໍາໜ່າຍປຶ້ມປົກຂາວການຄ້າເອເລັກໂຕນິກ 2020 ຈະສືບຕໍ່ສະໜອງຂໍ້ມູນສໍາຫຼວດຢ່າງເປັນທາງການກ່ຽວກັບສະພາບການນໍາໃຊ້ເອເລັກໂຕນິກໃນວິສາຫະກິດເວົ້າລວມ ແລະ ວິສາຫະກິດນໍາເຂົ້າ - ສົ່ງອອກເວົ້າສະເພາະ ກໍຄືສະພາບການນໍາໃຊ້ເອເລັກໂຕນິກໃນວົງຄະນະຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ