ພວກກະບົດອິດສະລາມ al-Shabab ບຸກໂຈມຕີຢູ່ ເຄນຢາ ແລະ ໂຊມາລີ ຢ່າງລຽນຕິດ

(VOVWORLD) - ວັນທີ 15 ມິຖຸນາ, ຕຳຫລວດ ເຄນຢາ ໃຫ້ຮູ້ວ່າ: ມີລົດຄັນໜຶ່ງຕ່າງຕຳຫລວດປະເທດນີ້ 11 ຄົນໄປລາດຕະເວນຢູ່ໃກ້ກັບຊາຍແດນ ໂຊມາລີ ໄດ້ຢຽບລະເບີດທີ່ວາງໃສ່ແຄມທາງ, ເຮັດໃຫ້ມີຕຳຫລວດຢ່າງໜ້ອຍສຸດ 8 ຄົນເສຍຊີວິດ. 

ເຫດການເກີດຂຶ້ນໃນຂະນະທີ່ຕຳຫລວດ ເຄນຢາ ພວມລາດຕະເວນຢູ່ລະຫວ່າງເຂດ Khorof-Harar ແລະ Konton, ຢູ່ເຂດຊາຍແດນລະຫວ່າງ ເຄນຢາ ແລະ ໂຊມາລີ.

        ແລະກໍ່ໃນວັນທີ 15 ມິຖຸນາ, ອົງການເຈົ້າໜ້າທີ່ ໂຊມາລີ ໃຫ້ຮູ້ວ່າ: ມີ 8 ຄົນເສຍຊີວິດ ແລະ 16 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດໃສ່ລົດຢູ່ປ້ອມກວດກາໃກ້ກັບສຳນັກງານສະພາແຫ່ງຊາດຢູ່ນະຄອນຫລວງ Mogadishu ຂອງປະເທດນີ້.

        ທ່ານ Abdzheim Abu Musab, ໂຄສົກຂອງພວກກະບົດອິດສະລາມ al-Shabab ຖະແຫຼງວ່າ: al-Shabab ໄດ້ດຳເນີນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ