ພ້ອມກັນ “ຮັກແພງ ແລະ ແບ່ງປັນກັນ”

ພ້ອມກັນ “ຮັກແພງ ແລະ ແບ່ງປັນກັນ” - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 2017 ແມ່ນ​ປີ​ທີ 3 ທີ່ ຫວຽດ​ນາມ ຕອບ​ສະ​ໜອງວັນ​ສາ​ກົນ​ເພື່ອ​ຄວາມ​ຜາ​ສຸກ ດ້ວຍ​ຫົວ​ຂໍ້​ວ່າ: ເຊື່ອມ​ຕໍ່​ປີ 2015: “ຄວາມ​ຮັກ​ແພງ ແລະ ການ​ແບ່ງ​ປັນ​ກັນ”. ເນື່ອງ​ໃນ​ໂອ​ກາດນີ້, ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັ​ດ​ຕັ້ງ​ການ​ເຄື່ອນ​ໄຫ​ວ​ໂຄ​ສະ​ນາ​ຫຼາຍ​ຢ່າງ​ເພື່ອຍົ​ກ​ສູງ​​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ອົງ​ການ​ຈ​ັດ​ຕັ້ງ, ສ່ວນ​ບຸກ​ຄົນ, ຄອບ​ຄົວ ແລະ ປະ​ຊາ​ຄົມ​ສັງ​ຄົມ​ກ່ຽວ​ກັບ​ປະ​ຫວັດ​ສາດ, ຄວາມ​ໝາຍ, ຫົວ​ເລື່ອງ ແລະ ສານ​ຂອງ ສ​ປ​ຊ ກ່ຽວ​ກັບ​ວັນ​ສາ​ກົນ​ເພື່ອ​ຄວາມ​ຜາ​ສຸກ. ພ້ອມ​ທັງ​ຂົນ​​ຂວາຍ​ໃຫ້​ທົ່ວ​ສັງ​ຄົມ, ບັນ​ດາ​ຄອບ​ຄົວ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ໃນ​ການ​ສ້າງ​ຄອບ​ຄົວ ແລະ ວົງ​ຄະ​ນະ​ຍາດ ໃຫ້​ມີ​ຄວາມ​ອິ່ມ​ໜຳ​ສຳ​ລານ, ສະ​ເໝີ​ພາບ ແລະ ມີ​ຄວາມ​ຜາ​ສຸກ. ທ່ານ​ນາງ ຫງວຽ​ນ​ທິ​ເກີ່ນ, ຢູ່ເມືອງ ບິ່ງ​ແທ້ງ, ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ແບ່ງ​ປັນ​ວ່າ:   

“ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ທຸກໆ​ຄົນ, ນັບແຕ່​ຄອບ​ຄົວ​ຕະຫຼອດ​ຮອດ​ທົ່ວ​ສັງ​ຄົມ​ຕ້ອງ​ມີ​ຄວາມ​ຮັກ​ແພງ​ ແລະ ແບ່ງ​ປັນ​ນຳ​ກັນ. ພ້ອມ​ກັນ​ສຶກ​ສາ​ໃຫ້​ລ​ຸ​້ນ​ລູກ​ລຸ້ນຫຼານ​ໃນ​ຄອບ​ຄົວ​ເຄົາ​ລົບ​ກົດ​ໝາຍ​ຂອງ​ລັດ. ຕ້ອງ​ອຸ້ມ​​ຊູ່​ຊ່ວຍ​ເຫຼືອ​ກັນ​ຈາກຄອບ​ຄົວ​ຕະຫຼອດ​ຮອດ​ທົ່ວສັງ​ຄົມ​ເພື່ອ​ສ້າງ​ສັງ​ຄົມ​​ໃຫ້ມີ​ຄວາມຍຸ​ຕິ​ທຳ, ສິ​ວິ​ໄລ ສຳ​ລັບ​ແຕ່​ລະ​ປະ​ເທດກໍ່​ຄື​ທົ່ວ​ໂລ​ກ.”


ຂ່າວ/ບົດ​ອື່ນ