ພະຍາດ​ອັກ​ເສບ​ປອດ ຍ້ອນ​ເຊື້ອ​ໄວ​ຣັດ ສາຍ​ພັນ ​ໂຄ​ໂຣນາ: ອາ​ເມ​ລິ​ກາ ຢັ້ງຢືນມີ​ກໍລະນີ​ຕິດພະຍາດ​ທໍາ​ອິດ

(VOVWORLD) - ວັນທີ 21 ມັງກອນ, ອາເມລິກາ ແຈ້ງໃຫ້ຊາບວ່າ ກໍລະນີຕິດເຊື້ອພະຍາດໄວຣັດສາຍພັນໃໝ່ ເຮັດໃຫ້ 6 ຄົນເສຍຊີວິດຢູ່ ຈີນ ແລະ ນັບຮ້ອຍຄົນຖືກຕິດພະຍາດ.
ພະຍາດ​ອັກ​ເສບ​ປອດ ຍ້ອນ​ເຊື້ອ​ໄວ​ຣັດ ສາຍ​ພັນ ​ໂຄ​ໂຣນາ: ອາ​ເມ​ລິ​ກາ ຢັ້ງຢືນມີ​ກໍລະນີ​ຕິດພະຍາດ​ທໍາ​ອິດ - ảnh 1ເພີ່ມທະວີການກວດກາ ເພື່ອປ້ອງກັນ ແລະ ຕ້ານພະຍາດຕິດຕໍ່ກັນ (ພາບ:  AP)

     ຕາມວົງການເຈົ້າໜ້າທີ່ສາທາລະນະສຸກຂັ້ນລັດນ້ອຍ ແລະ ສະຫະພັນ ອາເມລິກາ ແລ້ວ, ມີພົນລະເມືອງ ອາເມລິກາໃຕ້ຜູ້ໜຶ່ງຢູ່ໃນເກນອາຍຸ 30 ປີ ເຊິ່ງພວມດໍາລົງຊີວິດຢູ່ໃກ້ Seattle ໄດ້ ແຈ້ງໃຫ້ເຈົ້າໜ້າທີ່ຮັບຊາບກ່ຽວກັບອາການຂອງຕົນ ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຊື້ອໄວຣັດ ສາຍພັນໃໝ່ ທີ່ຄ້າຍຄືກັນກັບ SARS.

ປັດຈຸບັນ, ຄົນເຈັບດັ່ງກ່າວພວມຢູ່ໃນສະພາບທີ່ມີສຸຂະພາບແຂງແຮງດີ ແລະ ໄດ້ກັບເມືອ ອາເມລິກາ ໃນວັນທີ 15 ມັງກອນ ພາຍຫຼັງທີ່ໄປທ່ອງທ່ຽວຢູ່ນະຄອນ ອູຄານ ປະເທດຈີນ.

        ໄລ່ມາຮອດປັດຈຸບັນ, ໄທ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ໄຕ້ຫວັນ (ຈີນ) ລ້ວນແຕ່ຢ້ັງຢືນວ່າ ມີໄດ້ມີຄົນເຈັບຕິດເຊື້ອພະຍາດດັ່ງກ່າວແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ