ພະບາດສົມເດັດພະເຈົ້າມະຫາຊີວິດໄທຮຽກຮ້ອງປັບປຸງຮ່າງລັດຖະທຳມະນູນ

ພະບາດສົມເດັດພະເຈົ້າມະຫາຊີວິດໄທຮຽກຮ້ອງປັບປຸງຮ່າງລັດຖະທຳມະນູນ - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ແຫ່ງ​ລາຊະ​ອານາຈັກ​ໄທ​ ວາ​ຊີຣາລົງ​ກອນ 

(vovworld) - ວັນ​ທີ 10/1, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຢຸດ ຈັນ​ໂອ​ຈາ ​ໃຫ້​ຮູ້​ວ່າ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ແຫ່ງ​ລາຊະ​ອານາຈັກ​ໄທ​ ວາ​ຊີຣາລົງ​ກອນ ​ໄດ້ຮຽກຮ້ອງ​ປັບປຸງ​ບັນດາ​ມາດຕາ​ໃນຮ່າງ​ລັດຖະທຳ​ມະນູນ ທີ່​ກ່ຽວຂ້ອງ​ເຖິງ​ພະ​ບໍລົມ​ວົງສາ​ນຸວົງ. ກ່າວ​ຄວາມ​ເຫັນ​ຕໍ່​ນັກ​ຂ່າວ​ພາຍຫຼັງ​ການ​ປະຊຸມ​ຄະນະ​ລັດຖະບານ​ປະຈຳ​ສັບປະດາ, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຢຸດ ຈັນ​ໂອ​ຈາ ຊີ້​ແຈ້ງວ່າ, ບັນຫາ​ນີ້​ບໍ່​ກ່ຽວ​ພັນ​ເຖິງ​ບັນດາ​ສິດ ​ແລະ ຄວາມ​ເສລີ​ຂອງ​ປະຊາຊົນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ບ່ໍໃຫ້​ຮູ້​ລາຍ​ລະອຽດ​ເທື່ອ. ຕາມ​ທ່ານ​ແລ້ວ, ກອງທັບ ​ແລະ ຄະນະ​ລັດຖະບານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ການ​ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ແລ້ວ. ການ​ປັບປຸງຈະ​ຕ້ອງ​ເສຍ​ເວລາ​ປະມານ 2 ​ເຖິງ 3 ​ເດືອນ ຍ້ອນ​ລັດຖະບານ​ຕ້ອງ​ປັບປຸງ​ລັດຖະທຳ​ມະນູນ​ສະບັບ​ຊົ່ວຄາວ​ກ່ອນ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ນີ້. ຮ່າງ​ລັດຖະທຳ​ມະນູນ​ນີ້ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ລົງ​ປະຊາ​ມະຕິ​ເມື່ອ​ເດືອນ 8/2016 ​ແລະ ພວມ​ລໍຖ້າ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ແຫ່ງ​ລາຊະ​ອານາຈັກ​ໄທ ​ໃຫ້​ສັດຕະ​ຍາ​ບັນ. ກອງທັບ​ໄທ​ໄດ້​ປະກາດ​ວ່າການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​ດຳ​ເນີນ​ໃນ​ທ້າຍ​ປີ 2017 ​ແລະ ​ວັນ​ທີ 10/1, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຢຸດ ຈັນ​ໂອ​ຈາ ​ ກໍ່​ໄດ້​ຢືນຢັນ​ວ່າ​ຂັ້ນ​ຕອນ​ປັບປຸງ​ນີ້​ແມ່ນ​ບໍ່​ປ່ຽນ​ແປງ.

 

ຂ່າວ/ບົດ​ອື່ນ