ພະພິກຂຸ 6 ອົງໄປເມືອງເກາະ Truong Sa ເຄື່ອນໄຫວວຽກງານ ພຸດທະສາສະໜາ

ພະພິກຂຸ 6 ອົງໄປເມືອງເກາະ   Truong Sa ເຄື່ອນໄຫວວຽກງານ ພຸດທະສາສະໜາ - ảnh 1

ວັດ​ຢູ່ Truong Sa

(ພາບ:nguoiphattu.com)

( vovworld ) ​ວັນ​ທີ 22/3, ຄະນະ​ກຳມະການ​ປະຊາຊົນ​ແຂວງ Khanh Hoa ​ໄດ້​ຕົກລົງ​ສົ່ງພະພິກຂຸ 6 ອົງ​ໄດ້​ໄປ​ເມືອງ​ເກາະ Truong Sa ​ເຄື່ອນ​ໄຫວ​ວຽກ​ງານ​​ພຸດທະສາສະໜາ ຕາມ​ຂໍ້​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ ສະມາຄົມ​ພຸດທະ​ສາສະໜາ​ແຂວງ Khanh Hoa. ກ່ອນ​ໜ້ານັ້ນ, ຄະນະ​ບໍລິຫານ​ງານ ສະມາຄົມ​ພຸດທະ​ສາສະໜາ​​ແຂວງ Khanh Hoa ​ໄດ້​ຕົກລົງ​ແຕ່ງຕັ້ງບັນດາ​ພະ​ພິກຂຸ​ເປັນ​ເຈົ້າອາວາດ ​ແລະ ຮອງ​ເຈົ້າອາວາດ​ວັດ Truong Sa lon, Sinh Ton ​ແລະ Song tu tay. ​ແລະ ​ກໍ່​ໃນວັນ​ທີ 22/3, ຄະນະ​ກຳມະການ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແຂວງ Khanh Hoa ​​ໄດ້​ຈັດການ​ພົບ​ປະ​ສ້າງສັນ, ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຂອງ​ບັນດາພະພິກຂຸ, ​ເພື່ອ​ເຂົ້າຮ່ວມ​ວຽກ​ງານ​ພຸດທະສາສະໜາ​​ຢູ່ເມືອງ​ເກາະ Truong Sa . ປະຈຸ​ບັນ, ບັນດາພະພິກຂຸ​ໄດ້​ກະກຽມ​ເຄື່ອງ​ອຸປະກອນ​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານພຸດ​ທະສາສະໜາ​ ​ແລະ ກຽມພ້ອມ​ໃຫ້​ແກ່​ການ​ເດີນທາງ​ອອກ​ສູ່​ໝູ່​ເກາະ. ທ່ານ Bui Huu Thanh ຮອງ​ຫົວໜ້າ​ພະ​ແນ​ກພາຍ​ໃນ, ຫົວໜ້າ​ຄະນະ​ສາສະໜາແຂວງ Khanh Hoa ​ເວົ້າວ່າ: “ລັດ​ເຄົາລົບ​ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ​ຂອງ​ປະຊາຊົນ. ຢູ່​ເຂດ​ໝູ່​ເກາະ​ນີ້ກໍ່​ມີ​ບັນດາຜູ້​ຖື​ສາສະໜາ​ພຸດ, ວັດວາອາ​ຮາມ​ກໍ່​ຕ້ອງ​ມີ​ຜູ້​ຊີ້​ນຳ​ນຳພາ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ. ລັດ​​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ວຽກ​ງານ​ທີ່ຖືກຕ້ອງ​ຂອງ​ສະມາຄົມ​ພຸດ​ທະ​ສາສະໜາ ​ໃນ​ການ​ແຕ່ງຕັ້ງພະ​ພິຂຸ​ໄປ​ຮັບ​ໜ້າ​ທີ່ເປັນ​ເຈົ້າອາວາດບັນດາ​ວັດ​ຢູ່​ເມືອງ​ເກາະ Truong Sa. ລັດ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ພະ​ພິກຂຸ​ເຄື່ອນ​ໄຫວສາສະໜາ, ​ແນະນຳ​ການ​ບວດ​ຢູ່ເມືອງ​ເກາະ Truong Sa



ຂ່າວ/ບົດ​ອື່ນ