ພະເຈົ້າມະຫາຊີວິດໄທ ແຕ່ງຕັ້ງຜູ້ບັນຊາການທະຫານປຣາຢຸດນຳພາອຳນາດການປົກຄອງການທະຫານ

ພະເຈົ້າມະຫາຊີວິດໄທ ແຕ່ງຕັ້ງຜູ້ບັນຊາການທະຫານປຣາຢຸດນຳພາອຳນາດການປົກຄອງການທະຫານ - ảnh 1
ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ, ຜູ້​ບັນຊາ​ການ​ທະຫານ​ບົກ
(ພາບ: AFP)


(vovworld) – ວັນ​ທີ 26/5, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ແຫ່ງ​ລາຊະ​ອານາຈັກ ​ໄທ ພູມີ​ພົນ ອາດູນຍາ​ເດດ ​ໄດ້​ແຕ່ງ​ຕັ້ງ​ຜູ້​ບັນຊາ​ການ​ທະຫານ​ບົກ, ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ, ​ເປັນ​ຜູ້ນຳ​ພາ​ອຳ​ນາດ​ການ​ປົກຄອງ​ການ​ທະຫານ​ໃໝ່​ຢູ່ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ. ພະ​ລາດຊະດຳລັດ​​ຊີ້​ແຈ້ງວ່າ: “​ເພື່ອ​ຟື້ນ​ຟູ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ປະ​ເທດ​ນີ້​ກໍ່​ຄື​ເພື່ອ​ຄວາມ​ສາມັກຄີ, ພະ​ເຈົ້າ​ມະຫາຊີວິດ ​ໄດ້​ແຕ່ງ​ຕັ້ງ ນາ​ຍພົນ ປຣາຢຸດ ຈັນ​ໂອ​ຈາ ​ເປັນຜູ້ນຳ​ສະພາ​ຮັກສາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ (NPOMC) ​ເພື່ອ​ບໍລິຫານ​ປະ​ເທດ​ຊາດ”. ພະລາດ​ຊະດຳລັດ​ກໍ່​ໃຫ້ຮູ້​ວ່າ: ທ່ານ ປຣາຢຸດ ​ເຄີຍ​ກ່າວ​​ເຕືອນ​ກັບ​ພະລາດ​ຊະ​ວັງ​ວ່າ: ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ນະຄອນຫຼວງ ບາງກອກ ​ແລະ ​ແຫ່ງ​ອື່ນໆ​ຢູ່ ​ໄທ ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ ​ແລະ ອາດ​ຈະ “ສົ່ງ​ຜົນ​ຮ້າຍ​ໃຫ້​ແກ່​ຄວາມ​ສະຫງົບ​ແຫ່ງ​ຊາດ”. ພາຍຫຼັງ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຈາກ​ພະ​ເຂົ້າ​ມະຫາ​ຊີວິດຢ່າງ​ເປັນ​ທາງ​ການ, ທ່ານ ປຣາຢຸດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຈິງ​ໃຈ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ເພື່ອ​ໃຫ້​ປະ​ເທດ ​ໄທ​ ​ກັບ​ຄືນ​ສູ່​ລະບອບ​ລາຊາທິ​ປະ​ໄຕ​ຢ່າງ​ຖືກຕ້ອງ. ທ່ານ​ຖະ​ແຫຼ​ງຈະ​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີຊົ່ວຄາວ ​​ແລະ ສ້າງ​ຕັ້ງ​ຄະນະ​ລັດຖະບານ, ​ແຕ່​ວ່າ ບໍ່​ຍົກ​ອອກຕາຕະລາງ​ເວລາ​ລະອຽດ​ໃຫ້​ວຽກ​ງານ​ນີ້​ເທື່ອ. ທ່ານ ປຣາຢຸດ ກໍ່​ຮຽກຮ້ອງ​ໃຫ້ຫາ​ງສຽງ​ຈົ່ງ​ເຫັນ​ໃຈ​ຕໍ່​ການ​ປະຕິບັດ ​ກໍ່​​ລັດຖະປະຫານ, ພ້ອມ​ທັງ​ຢັ້ງຢືນ​ຈະ​​ກະທຳ​ຢ່າງ​ຈິງ​ໃຈ​ເພື່ອ​ຫຼຸດຜ່ອນ​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ NPOMC ຈະ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ເພື່ອ​​ແກ້​ໄຂ​ບັນດາ​ບັນ​ຫາ.


ຂ່າວ/ບົດ​ອື່ນ