ພາກ​​ຕາ​ເວັນ​ຕົກສ່ຽງ​ເໜືອ ແກ້​ໄຂ​ຜົນ​ເສຍ​ຫາຍ​ຍ້ອນ​ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ ແລະ ດິນ​ເຊາະ​ເຈືອນ

(VOVWORLD) - ໄລ່ຮອດຕອນບ່າຍວັນທີ 6 ສິງຫາ, ເຖິງວ່າປະລິມານນ້ຳຝົນໄດ້ຫຼຸດລົງແລ້ວກໍຕາມ, ແຕ່ພາກຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ຍັງສືບຕໍ່ຢັ້ງຢືນຜົນເສຍຫາຍຕ່າງໆ ແລະ ປັດຈຸບັນ, ວຽກງານແກ້ໄຂພວມໄດ້ດຳເນີນຢ່າງຕັ້ງໜ້າ. 
ພາກ​​ຕາ​ເວັນ​ຕົກສ່ຽງ​ເໜືອ ແກ້​ໄຂ​ຜົນ​ເສຍ​ຫາຍ​ຍ້ອນ​ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ ແລະ ດິນ​ເຊາະ​ເຈືອນ - ảnh 1ສະພາບການຝົນຕົກ, ນ້ຳຖ້ວມຢູ່ ຕາແສງ ທານອວຽນ (ພາບ: VOV)

ໄລ່ຮອດຕອນບ່າຍວັນທີ 06 ສິງຫາ, ຢູ່ 3 ແຂວງ: ເຊີນລາ, ລາຍເຈົາ ແລະ ອຽນບາຍ, ຝົນຕົກນ້ຳຖ້ວມໄດ້ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ, ຜູ້ຮັບບາດເຈັບ 3 ຄົນ; ເຮືອນນັບຮ້ອຍຫຼັງຖືກເປເພ; ເສັ້ນທາງຂາດຫຼາຍສາຍ; ກໍ່ຜົນເສຍຫາຍນັບຮ້ອຍຕື້ດົ່ງ. ປັດຈຸບັນ, ບັນດາທ້ອງຖິ່ນພວມຮີບເຮັ່ງສຳຫຼວດກວດຄືນ, ຍົກຍ້າຍປະຊາຊົນອອກໄປຍັງບ່ອນປອດໄພ; ກ່າວເຕືອນປະຊາຊົນບໍ່ໃຫ້ປະໝາດ ຕໍ່ການຜັນແປຢ່າງສັບສົນຂອງໄພທຳມະຊາດເພື່ອຈຳກັດຄວາມເສຍຫາຍ. ທ່ານ ຫງວຽນວັນຖັງ, ປະທານຄະນະກຳມະການປະຊາຊົນເມືອງ ທານອວຽນ, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

 “ຄະນະກຳມະການປະຊາຊົນ ເມືອງ ແລະ ຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາ, ກູ້ໄພກູ້ຊີບຂອງເມືອງ ໄດ້ອອກແຈ້ງການ, ໂທລະເລກທາງການຊີ້ນຳ ຄະນະກຳມະການປະຊາຊົນບັນດາຕາແສງ ແນະນຳໃຫ້ປະຊາຊົນຍົກຍ້າຍທັງຄົນ ແລະ ຊັບສິນໄປຍັງບ່ອນທີ່ປອດໄພໃນທັນທີ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ