ພາຍຸ Idai: ຊາວໂມຊຳບິກກວ່າ 15.000 ຄົນຖືກຕິດຄ້າງຢູ່ບ່ອນນ້ຳຖ້ວມ

(VOVWORLD) -ວັນທີ 21 ມີນາ, ທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ທີ່ດິນໂມຊຳບິກ Celso Correia ໄດ້ແຈ້ງໃຫ້ຊາບວ່າ, ມີ ປະຊາຊົນຢ່າງໜ້ອຍສຸດ 15.000 ຄົນພວມຖືກຕິດຄ້າງຢູ່ບ່ອນນ້ຳຖ້ວມ ແລະ ຕ້ອງໄດ້ຮັບການກູ້ຊ່ວຍ ພາຍຫຼັງພາຍຸເຂດຮ້ອນ Idai ໄດ້ພັດເຂົ້າພາກກາງຂອງປະເທດນີ້ໃນອາທິດກ່ອນ.

ພາຍຸ Idai: ຊາວໂມຊຳບິກກວ່າ 15.000 ຄົນຖືກຕິດຄ້າງຢູ່ບ່ອນນ້ຳຖ້ວມ - ảnh 1ພາຍຸເຂດຮ້ອນ Idai ໄດ້ພັດເຂົ້າພາກກາງຂອງປະເທດນີ້ໃນອາທິດກ່ອນ

(ພາບປະກອບ: AP)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສະໜາມບິນນະຄອນ Beira, ປະຈຸບັນພວມນຳໃຊ້ເປັນສູນປະສານການກູ້ໄພກູ້ຊີບມະນຸດສະທຳ, ທ່ານລັດຖະມົນຕີ Correia ໃຫ້ຮູ້ວ່າ, ເຈົ້າໜ້າທີ່ພວມສົມທົບກັບນັກຊ່ຽວຊານ ແລະ ກຳລັງກູ້ໄພກູ້ຊີບ 120 ຄົນເພື່ອຊອກຫາວິທີຕິດຕໍ່ ແລະ ກອບກູ້ເອົາບັນດາຜູ້ຖືກຕິດຄ້າງ. ບຸລິມະສິດໃນປະຈຸບັນແມ່ນຫຼີກລ້ຽງຄວາມເສຍຫາຍດ້ານຊີວິດອິນຊີຕື່ມອີກ ກໍ່ຄືຮັບປະກັນການສະໜອງສະບຽງອາຫານ, ຢຸກຢາ ແລະ ບ່ອນພັກໃຫ້ຜູ້ຖືກປະສົບເຄາະຮ້າຍ. ຕາມທ່ານ Correia ແລ້ວ, ນັບແຕ່ເມື່ອພາຍຸ Idai ພັດເຂົ້າໂມຊຳບິກ, ກຳລັງເຈົ້າໜ້າທີ່ໄດ້ຊ່ວຍກູ້ເອົາປະຊາຊົນໄດ້ປະມານ 3.000 ຄົນ. ທ່ານກໍ່ຢັ້ງຢືນວ່າ, ມີ 217 ຄົນຖືກເສຍຊີວິດຍ້ອນພາຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ