ພາຍຸ Mocha: ມຽນມາ ປະກາດ “ເຂດຖືກຜົນສະທ້ອນຂອງໄພທຳມະຊາດ” ຢູ່17 ເທດສະບານ

(VOVWORLD) - ຕາມຕົວເລກສະຖິຕິຫຼ້າສຸດແລ້ວ, ມີຢ່າງໜ້ອຍສຸດ 6 ຄົນເສຍຊີວິດ ແລະ ກວ່າ 700 ຄົນຮັບບາດເຈັບ.
ພາຍຸ Mocha: ມຽນມາ ປະກາດ “ເຂດຖືກຜົນສະທ້ອນຂອງໄພທຳມະຊາດ” ຢູ່17 ເທດສະບານ - ảnh 1ພາຍຸກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊັບສິນ ແລະ ຊີວິດອິນຊີ
(ພາບ: AFP/TTXVN)

        ວັນທີ 15 ພຶດສະພາ, ມຽນມາ ຖະແຫຼງວ່າ 17 ເທດສະບານຂຶ້ນກັບລັດ Rakhine, ທິດຕາເວັນຕົກຂອງປະເທດນີ້ແມ່ນ “ເຂດຖືກຜົນສະທ້ອນຂອງໄພທຳມະຊາດ”. ຂໍ້ກຳນົດດັ່ງກ່າວໄດ້ຍົກອອກມາ ພາຍຫຼັງພາຍຸ Mocha ພັດເຂົ້າບັນດາເຂດແຄມຝັ່ງທະເລຂອງລັດ Rakhine ໃນວັນທີ 14 ພຶດສະພາ, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊັບສິນ ແລະ ຊີວິດອິນຊີ. ຕາມຕົວເລກສະຖິຕິຫຼ້າສຸດແລ້ວ, ມີຢ່າງໜ້ອຍສຸດ 6 ຄົນເສຍຊີວິດ ແລະ ກວ່າ 700 ຄົນຮັບບາດເຈັບ. ຕອນເຊົ້າວັນທີ 14 ພຶດສະພາ, ກຳລັງກູ້ໄພກູ້ຊີບໄດ້ຍົກຍ້າຍຜູ້ຖືກຕິດຄ້າງປະມານ 1.000 ຄົນ ເມື່ອລະດັບນ້ຳຖ້ວມຂຶ້ນສູງເຖິງ 3,6 ແມດ.

        ບັນດາອົງການຂອງສະຫະປະຊາຊາດ ແລະ ພາລະກອນກູ້ໄພກູ້ຊີບຢູ່ ບັງກະລາເທດ ໄດ້ກະກຽມບຽງອາຫານແຫ້ງນັບລ້ານໂຕນ ແລະ ລົດພະຍາບານ ເພື່ອໜູນຊ່ວຍຜູ້ລີ້ໄພ Rohingya ກວ່າ 1 ລ້ານຄົນທີ່ຖືກຜົນສະທ້ອນຈາກພາຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ