ພາຍຸ ມັງຄຸດ ທຳລາຍ ຈີນ ແລະ ຟີລິບປິນ ຊຶ່ງໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງ

(VOVWORLD) - ພາຍຸ ມັງຄຸດໄດ້ພັດເຂົ້າເຂດທົ່ງພຽງ ຈູແຈວງ , ເຮັດໃຫ້ບັນດາຕຶກອາຄານຖືກສັ່ນສະເທືອນ, ແກ້ວແຕກ, ເປເພ, ຕົ້ນໄມ້ຫັກ, ກໍ່ໃຫ້ເກີດສະພາບນ້ຳຖ້ວມຢູ່ເຂດຊຸມຊົນ ແລະ ຄື້ນແຮງໄດ້ທຳລາຍລະບົບຄັນຄູກັນນ້ຳ.

ດ້ວຍກຳລັງແຮງລົມຢ່າງຮ້າຍແຮງ ແລະ ຝົນຕົກໜັກ, ພາຍຸ ມັງຄຸດ ໄດ້ກໍ່ໃຫ້ເກີດສະພາບນ້ຳຖ້ວມ ແລະ ທຳລາຍບັນດາຕຶກອາຄານຢູ່ເຂດປົກຄອງພິເສດ ຮົ່ງກົງ ແລະ ມາເກົາ ກໍ່ຄືຢູ່ແຂວງ ກ໋ວາງຕູງ ຢູ່ພາກໃຕ້ປະເທດຈີນ. ພາຍຸ ມັງຄຸດໄດ້ພັດເຂົ້າເຂດທົ່ງພຽງ ຈູແຈວງ , ເຮັດໃຫ້ບັນດາຕຶກອາຄານຖືກສັ່ນສະເທືອນ, ແກ້ວແຕກ, ເປເພ, ຕົ້ນໄມ້ຫັກ, ກໍ່ໃຫ້ເກີດສະພາບນ້ຳຖ້ວມຢູ່ເຂດຊຸມຊົນ ແລະ ຄື້ນແຮງໄດ້ທຳລາຍລະບົບຄັນຄູກັນນ້ຳ.

        ແລະກໍ່ໃນວັນດຽວກັນ, ເຂດປົກຄອງພິເສດ ມາເກົາ (ປະເທດຈີນ) ກໍ່ໄດ້ປະກາດສັນຍານກ່າວເຕືອນ ພາຍຸເຂດຮ້ອນລູກທີ 10 - ເຊິ່ງເປັນລະດັບກ່າວເຕືອນສູງສຸດ.

        ພາຍຸ ມັງຄຸດ ໄດ້ເຮັດໃຫ້ກ່ວາ 400 ຖ້ຽວບິນຢູ່ສະໜາມບິນ 2 ແຫ່ງຂອງ ແຂວງ ໄຮໜານ - ເຂດໃຕ້ສຸດຂອງປະເທດຈີນ ຖືກຍົກເລີກ ໃນວັນທີ 16 ກັນຍາ. ໃນຂະນະທີ່ເຂດຕາກອາກາດຢູ່ແຄມທະເລ ແລະ ບັນດາໂຮງຮຽນໃນເກາະແຫ່ງນີ້ຖືກປິດປະຕູ.

        ສ່ວນຢູ່ ຟີລິບປິນ, ພາຍຸ ມັງຄຸດ ເຮັດໃຫ້ກຳມະກອນບໍ່ແຮ່ 30 ຄົນເສຍຊີວິດ ແລະ ອີກ 13 ຄົນຖືກຫາຍສາບສູນເມື່ອເກີດເຫດດິນເຊາະເຈື່ອນໃນວັນທີ 16 ກັນຍາຢູ່ Itogon, ເຊິ່ງເປັນເທດສະບານແຫ່ງໜຶ່ງໃນແຂວງ Benguet ທາງທິດເໜືອປະເທດ ຟີລິບປິນ. ຈຳນວນຄົນເສຍຊີວິດນີ້ໄດ້ຍົກຈຳນວນຄົນຖືກເສຍຊີວິດຍ້ອນພາຍຸ ມັງຄຸດ ຂຶ້ນເຖິງ 59 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ