ພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດນັບສິບໆຄົນຖືກຈັບຕົວຢູ່ຊີຣິ

   ພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດນັບສິບໆຄົນຖືກຈັບຕົວຢູ່ຊີຣິ - ảnh 1
ກຳລັງຮັກສາ​ສັນຕິພາບ​ຂອງ​ສະຫະ​ປະ​ຊາຊາດພວມ​ປະຕິບັດງານຢູ່​ເຂດ​ພູ​ພຽງ Golan  (ພາບ :AP)

(vovworld)- ພາລະ​ກອນ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະ​ຊາຊາດ ຈຳນວນ 43 ຄົນ ​ໄດ້​ຖືກ​ກຸ່ມ​ປະກອບ​ອາວຸດ​ກຸ່ມ​ໜຶ່ງ​ຈັບ​ຕົວ​ໃນ​ວັນ​ທີ 28/8 ຢູ່​ເຂດ​ດິນ​​ຂຶ້ນ​ກັບ​ຊີຣີ​ໃນ​ເຂດ​ພູ​ພຽງ Golan . ສະຫະ​ປະ​ຊາຊາດ ​ໄດ້​ຮັບ​ຮູ້​ຂ່າວ​ຄາວ​ນີ້, ພ້ອມ​ທັງ​ຢືນ​ຢັນ​ວ່າ ຈະ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ທຸກ​ວິທີ​ເພື່ອ​ກອບ​ກູ້​ເອົາ​ຊີວິດ​ຂອງ​ຈຳນວນ​ພາລະ​ກອນ​ເຫຼົ່າ​ນັ້ນ. ການ​ຈັບ​ຕົວພາລະ​ກອນ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະ​ຊາຊາດ ​ໄດ້​ເກີດ​ຂຶ້ນ​ໃນ​ສະພາວ​ະທີ່ບັນດາ​ກຳລັງລຸກ​ຮື້​ຂຶ້ນ​ຢູ່​ຊີຣີ​ໄດ້​ຢຶດຄອງ​ເຂດ​ຊາຍ​ແດນ​ຢູ່ Quneitra . ປະຈຸ​ບັນ, ກຳລັງຮັກສາ​ສັນຕິພາບ​ຂອງ​ສະຫະ​ປະ​ຊາຊາດພວມ​ຜັນ​ຂະຫຍາຍ​ທະຫານ​ປະມານ 1.200 ຄົນຢູ່​ເຂດ​ພູ​ພຽງ Golan, ຊຶ່ງ​ຕົ້ນຕໍ​ແມ່ນ​ທະຫານ​ປະ​ເທດ ຟີ​ຢີ, ອິນ​ເດຍ ​ແລະ ອຽກລັງ. 

ຂ່າວ/ບົດ​ອື່ນ