ພາລະກຳຊຸກຍູ້ການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ

(VOVWORLD) - ວັນທີ 23 ກັນຍາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເດີນທາງໄປ ອາເມລິກາ, ເລີ່ມຕົ້ນການໄປຢ້ຽມຢາມທາງລັດຖະກິດຢູ່ຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດປະຈຳປີຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump.
ພາລະກຳຊຸກຍູ້ການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Yonhap/TTXVN)

ການຢ້ຽມຢາມໄດ້ດຳເນີນເປັນເວລາ 2, 3 ວັນພາຍຫລັງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3 ໃນປີນີ້ລະຫວ່າງທ່ານ Moon Jae-in ກັບການນຳ ສປປ.ເກົາຫຼີ Kim Jong-un.

       ຄາດວ່າ: ທ່ານປະທານາທິບໍດີ Moon Jae-in ຈະມີບົດກ່າວຄຳເຫັນຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບໝາກຜົນຂອງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຈຸດປະສົງຂອງການໄປຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ ຄັ້ງນີ້ຂອງທ່ານ Moon Jae-in ແມ່ນດຳເນີນການພົບປະຂັ້ນສູງກັບທ່ານປະທານາທິບໍດີ Donald Trump, ປຶກສາຫາລືກ່ຽວກັບວິທີການແກ້ໄຂສະພາບບໍ່ມີທາງອອກໃນການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ຊຸກຍູ້ການປັບປຸງສາຍພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ