ພໍ່ແມ່ປະຊາຊົນຊາວຄຼິດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ

(VOVWORLD) - ເມື່ອລົງຢ້ຽມຢາມເຂດ ຊາວຄຼິດ ຮ່າໂນ້ຍ, ທ່ານ ໂດ໊ວັນຈ໋ຽນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຝາກຄຳອວຍພອນວັນບຸນ ຄຼິດສະມາດ ເຖິງ ສັງຄະນາຍົກ Giuse ຫວູວັນທຽນ, ເຂດຊາວຄຼິດ ຮ່າໂນ້ຍ, ຮອງປະທານສະພາສັງຄະລາດ ຫວຽດນາມ, ບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ, ພໍ່ແມ່ຊາວຄຼິດ ໃນທົ່ວປະເທດ.
ພໍ່ແມ່ປະຊາຊົນຊາວຄຼິດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ - ảnh 1ພິທີອວຍພອນ
(ພາບ:Minh Đức/TTXVN)

ເພື່ອສະເຫຼີມສະຫຼອງວັນບຸນ ຄຼິດສະມາດ 2023 ແລະ ຕ້ອນຮັບປີໃໝ່ສາກົນ 2024, ວັນທີ 20 ທັນວາ, ທ່ານ ໂດ໊ວັນຈ໋ຽນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ເຂດຊາວຄຼິດ ຮ່າໂນ້ຍ ແລະ ສະມາຄົມ ໂປເຕັດສະຕັງ ຫວຽດນາມ (ຢູ່ພາກເໜືອ).

        ເມື່ອລົງຢ້ຽມຢາມເຂດ ຊາວຄຼິດ ຮ່າໂນ້ຍ, ທ່ານ ໂດ໊ວັນຈ໋ຽນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຝາກຄຳອວຍພອນວັນບຸນ ຄຼິດສະມາດ ເຖິງ ສັງຄະນາຍົກ Giuse ຫວູວັນທຽນ, ເຂດຊາວຄຼິດ ຮ່າໂນ້ຍ, ຮອງປະທານສະພາສັງຄະລາດ ຫວຽດນາມ, ບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ, ພໍ່ແມ່ຊາວຄຼິດ ໃນທົ່ວປະເທດ.

        ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຫວັງວ່າ: ສັງຄະນາຍົກ Giuse ຫວູວັນທຽນ ຈະສືບຕໍ່ນຳພາ, ລະດົມກຳລັງ, ສົ່ງເສີມພໍ່ແມ່ຊາວ ຄຼິດ ຫວຽດນາມ ແລະ ເຂດຊາວຄຼິດ ສາມັກຄີກັນ, ພ້ອມກັບທົ່ວປວງຊົນ, ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ຄຸນສົມບັດອັນດີງາມຂອງຊາວຄຼິດ ແລະ ຂອງຊາດ, ຕັ້ງໜ້າຮ່ວມເດີນທາງສ້າງສາ, ພັດທະນາປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນ, ມີຄວາມຜາສຸກ.

        ເນື່ອງໃນໂອກາດວັນບຸນ ຄຼິດສະມາດ, ທ່ານ ໂດ໊ວັນຈ໋ຽນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນສະມາຄົມ ໂປເຕັດສະຕັງ ຫວຽດນາມ ຢູ່ພາກເໜືອ ເຊັ່ນດຽວກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ