ພໍ່ແມ່ພີ່ນ້ອງຊາວກະໂຕລິກຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບແຫ່ງຊາດ

ພໍ່ແມ່ພີ່ນ້ອງຊາວກະໂຕລິກຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບແຫ່ງຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວງ​ຟຸກ
ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 26/08, ຢູ່​ແຂວງ​ນາງ​ດິ້ງ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫຼຸບ 20 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 11 ກ່ຽວ​ກັບກາ​ນ “ຍູ້​ແຮງ​ຂະ​ບວນການ​ມະຫາຊົນ​ປົກ​ປັກຮັກສາ​ຄວາມ​ສະຫງົບ​​ແຫ່ງ​ຊາດ ​ເຂດ​ພໍ່​ແມ່​ປະຊາຊົນ​ເຊື່ອຖື​ສາສະໜາ​ກະໂຕລິກ ​ໃນ​ສະພາບ​ການ​ໃໝ່​ໄລຍະ 1994 - 2014”. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ບົດ​ລາຍ​ງານ​ສະຫຼຸບ 20 ປີ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ແບບຢ່າງ​ດີ​ເດັ່ນ, ​ແລກປ່ຽນ​ບົດຮຽນ, ວິທີ​ປະຕິບັດ​ທີ່​ດີ ​ໃນ​ຂະ​ບວນການ​ທົ່ວ​ປວງ​ຊົນຮັກສາ​ຄວາມ​ສະຫງົບແຫ່ງຊາດ​ຂອງ​ປະຊາຊົນ​ເຊື່ອ​ຖື​ສາ​ສະ​ໜາຕ່າງໆ. ຄຸນ​ພໍ່ ຫງວຽນ​ດຶກ​ຢາງ, ຫົວໜ້າເຂດຊາວຄຼິດບຸຍ​ຈູ, ​ແຂ​ວງນາມ​ດິ້ງ ​ແບ່ງປັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ, ສຶກສາອົບຮົມນຳ້ໃຈ​ຄວາມ​ຮັກ​ແພງມະນຸດ, ສຶກສາ​ໃຫ້​ພວກ​ນ້ອງ​ດຳລົງ​ຊີວິດ​ເພື່ອ​ວົງ​ຄະນະ​ຍາດ. ສຳລັບ​ບັນດາ​ລູກ​ຫຼານ​ທີ່​ຍັງ​ນ້ອຍ ຕ້ອງ​ມີ​ການ​ສັ່ງ​ສອນ​ຊ່ວຍ​ເຫຼືອ​ຈາກ​ພໍ່​ແມ່, ຄູ​ອາຈານ​ໃນ​ໂຮງຮຽນ ​ແລະ ​ໃນ​ໂບດຕ່າງໆ ຕ້ອງສຶກສາຄວາມ​ຕື່ນ​ຕົວ, ປົກ​ປ້ອງ​ຕົນ​ເອງ​ບໍ່​ພຽງ​ແຕ່​ທາງ​ດ້ານ​ທິດ​ສະ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ດ້ວຍ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​​ໃນ​ການ​ດຳລົງ​ຊີວິດ​ອີ​ກດ້ວຍ”.

        ກ່າວ​ຄຳ​ເຫ​ັນທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​​ໃຫ້​ອຳນາດ​ການ​ປົກຄອງ​ຕ້ອງ​ເປັນເອກະພາບການ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ສາສະໜາ. ຊາບ​ຊຶມ ​ແລະ ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ, ລັດ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ສາສະໜາ ​ແລະ ວຽກ​ງານ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະບຽບ​ຮ້ຽບຮ້ອຍ​ຢູ່​ເຂດ​ຊຸມຊົນ​ເຊື່ອ​ຖື​ສາສະໜາຢ່າງ​ເຂັ້ມ​ງວດ. ພ້ອມ​ທັງ, ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນ​ຫາ​ກ່ຽວຂ້ອງ​ເຖິງ​ສາສະໜາ, ບໍ​ປະ​ໃຫ້​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກຍຸຍົງສົ່ງເສີມໃຫ້ຕ້ານ​ຄືນອຳນາດ​ການ​ປົກຄອງ.

ຂ່າວ/ບົດ​ອື່ນ