ພໍ່ແມ່ພີ່ນ້ອງຊາວຄຼິດເພີ່ມທະວີກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນ

ພໍ່ແມ່ພີ່ນ້ອງຊາວຄຼິດເພີ່ມທະວີກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນ - ảnh 1
ທ່ານ​ນາງ ຮ່າ​ທິຄຽດ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​​ໃຫ້ການ​ຕ້ອນຮັບ​ສັງ​ຄະລາດ ຫງວຽນ​ວັນ​ເຍີນ, ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ

(vovworld) – ຕອນ​ເຊົ້າ​ວັນ​ທີ 20/1, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ຮ່າ​ທິຄຽດ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​​ໃຫ້ການ​ຕ້ອນຮັບ​ສັງ​ຄະລາດ ຫງວຽນ​ວັນ​ເຍີນ, ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຄະນະ​ຂົນຂວາຍ​ປະຊາຊົນ ສູນ​ກາງ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ທ່ານ​ນາງ ຮ່າ​ທິຄຽດ ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ເຄົາລົບ​ນັບຖື​ສາສະໜາ ​ແລະ ສ້າງ​ທຸກໆ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພໍ່​ແມ່​ພີ່ນ້ອງ​ຊາວ​ຄຼິດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ. ທ່ານ​ນາງ ຮ່າ​ທິຄຽດ ຫວັງ​ວ່າ ພໍ່​ແມ່​ພີ່ນ້ອງ​ຊາວ​ຄຼິດ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ. ສ່ວນ​ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ ຫງວຽນ​ວັນ​ເຍີນ ຢັ້ງຢືນ​ຈະ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ, ລັດ ​ເປັນ​ຢ່າງ​ດີ, ຢູ່​ໃນ​ສິນ​ກິນ​ໃນ​ທຳ, ​ສ້າງ​ການ​ດຳລົງ​ຊີວິດ ​ແລະ ສາສະໜາ​​ໃຫ້​ດີງາມ​ເຄົາລົບ​ພະ​ເຢຊູ ​ແລະ​ ຮັດ​ຊາດ. ສັງຄະ​ນາຍົກ ຫວັງ​ວ່າ ອຳນາດ​ປົກຄອງຂັ້ນ​ຕ່າງໆ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພໍ່​ແມ່​ພີ່ນ້ອງ​ຊາວ​ຄຼິດ ​ໃນ​ການ​ດຳ​ເນີນ​ຊີວິດ​ເຫຼື້ອມ​ໃສ​ສາ​ສະໜາ.

 


ຂ່າວ/ບົດ​ອື່ນ