ຟີລິບປີນ ກູ້ເອົາຕົວປະກັນທັງໝົດທີ່ຖືກພວກທະການກະບົດກັກຕົວຢູ່ ມາຣາວີ

(VOVWORLD) - ບັນດາກຳລັງປະກອບອາວຸດລັດຖະບານ ຟີລິບປີນ ໄດ້ກູ້ເອົາຕົວປະກັນທັງໝົດທີ່ຖືກພວກທະຫານກະບົດມີສ່ວນກ່ຽວຂ້ອງກັບອົງການລັດອິດສະລາມ (IS) ກັກຕົວ. 
ຟີລິບປີນ ກູ້ເອົາຕົວປະກັນທັງໝົດທີ່ຖືກພວກທະການກະບົດກັກຕົວຢູ່ ມາຣາວີ - ảnh 1ພົນທະຫານຟີລິບປີນ (ພາບ: Reuters)

ກຳລັງພວກທະຫານກະບົດດັ່ງກ່າວ ເຄີຍຄວບຄຸມນະຄອນ ມາຣາວີ ພາກໃຕ້ ຟີລິບປີນ ໃນ 5 ເດືອນຜ່ານມາ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ມາຣາວີ ໃນວັນທີ 22 ຕຸລາ, ທ່ານພັນເອກ Romeo Brawner ຢືນຢັນວ່າ ບໍ່ມີຕົວປະກັນຄົນໃດໆ ຖືກພວກທະຫານກະບົດກັກຕົວອີກ. ຈຳນວນຕົວປະກັນໃໝ່ສຸດທີ່ໄດ້ຮັບການກູ້ເອົາແມ່ນ 20 ຄົນ. ນີ້ແມ່ນບັນດາຕົວປະກັນສຸດທ້າຍທີ່ຖືກກູ້ເອົາ ມາຮອດປະຈຸບັນ ການປະທະກັນໄດ້ເຮັດໃຫ້ສາມັນຊົນ 100 ຄົນ, ພົນທະຫານ ແລະ ຕຳຫລວດ 165 ຄົນເສຍຊີວິດ, ປະຊາຊົນນັບພັນໆຄົນຕ້ອງປະລະເຮືອນຊານໄປລີ້ໄພຢູ່ບ່ອນອື່ນ. ກຳລັງທີ່ກ່ຽງຂ້ອງກໍ່ໄດ້ດັບສູນຫົວຮຸນແຮງ 919 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ