ຟີລິບປີນ ຖະແຫຼງຢຸດຍິງເພື່ອມະນຸດສະທຳຢູ່ ມາຣາວີ

(VOVWORLD) - ວັນທີ 24 ມິຖຸນາ ກອງທັບ ຟີລິບປີນ ຖະແຫຼງວ່າ ຈະຢຸດຕິຊົ່ວຄາວບັນດາການບຸກໂຈມຕີທາງອາກາດ ແລະ ທາງບົກທີ່ແນໃສ່ພວກກະບົດອິດສະລາມ ຊຶ່ງມີການພົວພັນກັບອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຢູ່ນະຄອນ ມາຣາວີ 

ຟີລິບປີນ ຖະແຫຼງຢຸດຍິງເພື່ອມະນຸດສະທຳຢູ່ ມາຣາວີ - ảnh 1 (ພາບປະກອບ / AFP)

ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ, ໃນນັ້ນ ສ່ວນຫລາຍໄດ້ຍົກຍ້າຍ ຍ້ອນການໃຊ້ຄວາມຮຸນແຮງ, ອາດຈະສະເຫຼີມສະຫຼອງສີ້ນສຸດເທດສະການ Ramadan ຂອງຊາວມຸດສະລິມ. ໂຄສົກກອງທັບ ຟີລິບປີນ ພົນວາທີ Restituto Padilla ໃຫ້ຮູ້ວ່າ: “ຄຳສັ່ງຢຸດຍິງ ເພື່ອມະນຸດສະທຳ” ຈະມີຜົນສັກສິດໃນເວລາ 6 ໂມງເຊົ້າວັນທີ 25 ມິຖຸນາ ຕາມເວລາທ້ອງຖິ່ນຢູ່ ມາຣາວີ. ເຖິງຢ່າງໃດກໍ່ຕາມ, ຄຳສັ່ງດັ່ງກ່າວຈະຖືກຍົກເລີກໃນທັນທີ ຖ້າຫາກພວກກະບົດຍິງປືນ ຫຼື ນາບຂູ່ບັນດານາຍທະຫານ ແລະ ສາມັນຊົນ. ທ່ານ Padilla ຢືນຢັນວ່າ ຄຳສັ່ງຢຸດຍິງນີ້ ແມ່ນ “ການກະທຳສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ແລະ ເຄົາລົບສຳລັບໂລກອິດສະລາມ”, ພິເສດແມ່ນຊາວອິດສະລາມຢູ່ ມາຣາວີ.

ຕອບກັບ

ຂ່າວ/ບົດ​ອື່ນ