ຟີ​ລິບ​ປິນ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອັນ​ດີ​ງາມ

(VOVWORLD) - ທ່ານ ເອກອັກຄະລັດຖະທູດ Meynardo Los Banos Montealegre ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ ແລະ ປັບປຸງບັນດາຜົນງານ ເຊິ່ງສອງປະເທດບັນລຸໄດ້ໃນໄລຍະກ່ວາ 4 ທົດສະວັດທີ່ຜ່ານມາ ໃນຫຼາຍຂົງເຂດຮ່ວມມືໃຫ້ຫຼາຍກ່ວາອີກ
ຟີ​ລິບ​ປິນ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອັນ​ດີ​ງາມ - ảnh 1ທ່ານປະທານສະພາລັດຖະມົນຕີ ຟ້າມວັນດົ່ງ ແລະ ທ່ານນາຍົກລັດຖະມົນຕີ ຟີລິບປິນ ລົງນາມຖະແຫຼງການຮ່ວມລະຫວ່າງສອງປະເທດໃນການຢ້ຽມຢາມຟີລິບປິນ ໃນເດືອນກັນຍາ 1979 (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວ ຂອງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຫວຽດນາມ - ຟີລິບປິນ (12 ກໍລະກົດ 1976 – 17 ກໍລະກົດ 2021), ທ່ານເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ໄດ້ຢັ້ງຢືນວ່າ: ຟີລິບປິນ ແລະ ຫວຽດນາມ ມີການພົວພັນຄູ່ຮ່ວມມືຍຸດທະສາດ ອັນດີງາມ. ທ່ານ Meynardo Los Banos Montealegre ໃຫ້ຮູ້ວ່າ ດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ມາເປັນເວລາກ່ວາ 5 ປີ, ຟີລິບປິນ ແລະ ຫວຽດນາມ ພວມກຽມພ້ອມການເພີ່ມທະວີການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ການຮ່ວມມືໃນການເດີນເຮືອ, ປົກປັກຮັກສາຊັບພະຍາກອນທາງທະເລ ແລະ ຄຸ້ມຄອງບັນດາລະບົບນິເວດທາງທະເລ ແລະ ແຄມທະເລ ໃຫ້ຫຼາຍກ່ວາອີກ, ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດການປຶກສາຫາລື ກ່ຽວກັບຂົງເຂດການເມືອງ ແລະ ເສດຖະກິດເປັນປະຈຳ, ຮ່ວມມືໃນບັນດາຂົງເຂດຕ່າງຄື: ກະສິກຳ, ປ່າໄມ້, ສາທາລະນະສຸກ, ການສຶກສາ, ແຮງງານ, ວັດທະນະທຳ, ກິລາ, ການທ່ອງທ່ຽວ.

        ທ່ານ ເອກອັກຄະລັດຖະທູດ Meynardo Los Banos Montealegre ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ ແລະ ປັບປຸງບັນດາຜົນງານ ເຊິ່ງສອງປະເທດບັນລຸໄດ້ໃນໄລຍະກ່ວາ 4 ທົດສະວັດທີ່ຜ່ານມາ ໃນຫຼາຍຂົງເຂດຮ່ວມມືໃຫ້ຫຼາຍກ່ວາອີກ, ຖືວ່າ ການພົວພັນລະຫວ່າງສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ຫຼາຍຢ່າງ. ການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດໃນປີ 2019 ດ້ວຍຍອດວົງເງິນການຄ້າ ບັນລຸໄດ້ກ່ວາ 4,5 ຕື້ USD. ຍ້ອນໂລກລະບາດໂຄວິດ - 19, ຍອດວົງເງິນການຄ້າ ໃນປີ 2020 ລະຫວ່າງ ຟີລິບປິນ ແລະ ຫວຽດນາມ ຫຼຸດລົງ 14%, ບັນລຸໄດ້ 4,22 ຕື້ USD, ໃນນັ້ນ ຫວຽດນາມ ສົ່ງອອກເກີນດຸນ 1,68 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ