ຟີລິບປິນ ແລະ ອີຢູ ຄັດຄ້ານການນຳໃຊ້ກຳລັງອາວຸດຢູ່ທະເລຕາເວັນອອກ

(VOVWORLD) - 2 ຝ່າຍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳທີ່ກໍ່ຄວາມອັນຕະລາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ.

          ຟີລິບປິນ ແລະ ສະຫະພາບເອີລົບ (ອີຢູ) ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາສຳລັບສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ພ້ອມທັງ, ຮຽກຮ້ອງໃຫ້ບັນດາປະເທດຈົ່ງມີຄວາມລະງັບໃຈໃນການໃຊ້ກຳລັງອາວຸດ ກໍ່ຄວາມເຂດສະຖຽນລະພາບຢູ່ພາກພື້ນ. ນີ້ແມ່ນແຈ້ງການໂດຍກະຊວງການຕ່າງປະເທດ ຟີລິບປິນ ຍົກອອກມາ ພາຍຫຼັງກອງປະຊຸມອະນຸກຳມະການຄັ້ງທຳອິດກ່ຽວກັບການຮ່ວມມືທາງທະເລ ຟີລິບປິນ - ສະຫະພາບເອີລົບເຊິ່ງຈັດຂຶ້ນໃນອາທິດຜ່ານມາ, ຢູ່ ບຣຸກແຊນ, ປະເທດແບນຊິກ.

          ຕາມກະຊວງການຕ່າງປະເທດ ຟີລິບປິນ ແລ້ວ, 2 ຝ່າຍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳທີ່ກໍ່ຄວາມອັນຕະລາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປອດການທະຫານ ແລະ ລະງັບໃຈດ້ວຍຕົນເອງໃນການການກະທຳຂອງບັນດາປະເທດ.

          ທີ່ການພົບປະ, ຟີລິບປິນ ແລະ ອີຢູ ກໍໄດ້ຍົກອອກບັນດາຄຳໝັ້ນສັນຍາໃໝ່ໃນການປັບປຸງການຮ່ວມມືໃນການເດີນເຮືອ 2 ຝ່າຍ ແລະ ເພີ່ມທະວີການຮ່ວມມືຜ່ານບັນດາເວທີປາໄສ ແລະ ອົງການຈັດຕັ້ງຫຼາຍຝ່າຍ ແລະ ຢູ່ພາກພື້ນ, ໃນນັ້ນມີ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ