ຟິລິບປິນ ແລະ ອາເມລິກາ ດຳເນີນການຊ້ອມຮົບຮ່ວມ

(VOVWORLD) - ພົນໂທ Romeo Brawner, ຜູ້ບັນຊາການທະຫານບົກ ຟີລິບປິນ ໃຫ້ຮູ້ວ່າ: ບັນດາການຊ້ອມຮົບຮ່ວມມີບັນດາເນື້ອໃນປ້ອງກັນຕົວທາງອາກາດ ແລະ ຈາກແຄມທະເລ.
ຟິລິບປິນ ແລະ ອາເມລິກາ ດຳເນີນການຊ້ອມຮົບຮ່ວມ - ảnh 1
ທະຫານ 2 ປະເທດ ເຂົ້າຮ່ວມການຊ້ອມຮົບ Salakni
(ພາບ:Reuters)

ວັນທີ 13 ມີນາ, ອາເມລິກາ ແລະ ຟິິລິບປິນ ໄດ້ເລີ່ມດຳເນີນການຊ້ອມຮົບຮ່ວມຢູ່ ຟິລິບປິນ ດ້ວຍຈຸດສຸມແມ່ນເພີ່ມທະວີຄວາມສາມາດດ້ານການປ້ອງກັນຊາດຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້. ດ້ວຍຊື່ວ່າ “Salaknib”, ການຊ້ອມຮົບປະຈຳປີແກ່ຍາວເປັນເວລາຍາວ 3 ອາທິດດ້ວຍການເຂົ້າຮ່ວມຂອງທະຫານສອງປະເທດກ່ວາ 3.000 ຄົນ. ພົນໂທ Romeo Brawner, ຜູ້ບັນຊາການທະຫານບົກ ຟີລິບປິນ ໃຫ້ຮູ້ວ່າ: ບັນດາການຊ້ອມຮົບຮ່ວມມີບັນດາເນື້ອໃນປ້ອງກັນຕົວທາງອາກາດ ແລະ ຈາກແຄມທະເລ.

        ການເຄື່ອນໄຫວເກືອບທັງໝົດໃນຂອບເຂດການຊ້ອມຮົບ Salaknib ຈະຖືກດຳເນີນຢູ່ Magsaysay, ຄ້າຍທະຫານໃຫຍ່ທີ່ສຸດຂອງ ຟີລິບປິນ ແລະ ແມ່ນໜຶ່ງໃນຈຳນວນ 5 ຖານທີ່ໝັ້ນປະຈຸບັນ ເຊິ່ງ ອາເມລິກາ ມີສິດສຳຜັດໃນຂອບເຂດຂໍ້ຕົກລົງຮ່ວມມືດ້ານປ້ອງກັນປະເທດເພີ່ມທະວີ (EDCA) ກັບ ຟີລິບປິນ. ຕາມ EDCA ແລ້ວ, ອາເມລິກາ ອາດຈະນຳໃຊ້ບັນດາຖານທີ່ໝັ້ນດັ່ງກ່າວເພື່ອເຂົ້າຮ່ວມການຝຶກແອບຮ່ວມ, ຈັັດວາງບັນດາອຸປະກອນ ແລະ ກໍ່ສ້າງພື້ນຖານໂຄງລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ