ຟີລິບປິນ,ມາເລເຊຍແລະອິນໂດເນເຊຍຮ່ວມມືຕ້ານພວກທະຫານກະບົດAbuSayyaf

ຟີລິບປິນ,ມາເລເຊຍແລະອິນໂດເນເຊຍຮ່ວມມືຕ້ານພວກທະຫານກະບົດAbuSayyaf - ảnh 1
ຟີລິບປິນ, ມາເລເຊຍ ແລະ ອິນໂດເນເຊຍ
ຮ່ວມມືຕ້ານພວກທະຫານກະບົດAbuSayyaf
(ພາບ: retiredanalyst.blogspot.com)

(vovworld) - ວັນ​ທີ 10/11, ຟີ​ລິບ​ປິນ ​ເຫັນ​ດີ​​ອະນຸຍາດ​ໃຫ້ ມາ​ເລດ​​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ ​ເຂົ້າ​ເຂດ​ນ່ານທະ​ເລ​ຂອງ​ປະ​ເທດ​ນີ້ ​​​ເມື່ອປະຕິບັດ​ບັນດາ​ການກວາດ​ລ້າງພວກ​ທະຫານ​ກະບົດ​ອິດສະ​ລາມ Abu Sayyaf ​ເມື່ອ 3 ປະ​ເທດ​ດັ່ງກ່າວ ພວ​ມຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ເຫ​ດຫລອກ​ຈັບ​ຕົວ ​ແລະ ​ໂຈນ​ສະລັກ​ໂດ​ຍພວກອິດສະ​ລາມ​ນີ້​ດຳ​ເນີນ. ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ໄດ້​ຍົກ​ອອກ​​ແຈ້ງ​ຂ່າວ​ດັ່ງກ່າວ​ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ການ​ເຈລະຈາ​ກັບ​ທ່ານ​ປະທານາ​ທິບໍດີ ຟີ​ລິບ​ປິນ Rodrigo Duterte ທີ່ພວມ​ມີ​ການ​ຢ້ຽມຢາມປະ​ເທດ​ນີ້. ການ​ນຳ ມາ​ເລ​ເຊຍ ​ໃຫ້​ຮູ້​ຕື່ມ​ອີກວ່າ: ຂໍ້​ຕົກ​ລົງຮ່ວມ​ມື​ດັ່ງກ່າວ ຈະ​ໄດ້​ຮັບ​ການປຶກສາ​ຫາລື​ລະອຽດ​ກ່ວາ​ທີ່​ກອງ​ປະຊຸມລະຫວ່າງ 3 ປະ​ເທດ​ໃນ​ວັນ​ທີ 22/11 ຈະ​ມາ​ເຖິງ​ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ.

ຂ່າວ/ບົດ​ອື່ນ