ຟິລິບປິນຢືນຢັນຈະສືບຕໍ່ບັນດາຖ້ຽວບິນຢູ່ທະເລຕາເວັນອອກ

ຟິລິບປິນຢືນຢັນຈະສືບຕໍ່ບັນດາຖ້ຽວບິນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ປະທານາທິບ​ໍດີຟິລິບ​ປິນ Benigno Aquino III
(ພາບ: Inquirer)


​(vovworld) - ວັນ​ທີ 25/05, ທ່ານ​ປະທານາທິບ​ໍດີຟິລິບ​ປິນ Benigno Aquino III, ຖະ​ແຫຼ​ງວ່າ: ບັນດາ​ເຮືອ​ບິນສູ້​ຮົບ ​ແລະ ການ​ຄ້າ​ຂອງ​ປະ​ເທດ​ນີ້ ຈະ​ສືບ​ຕໍ່ມີຖ້ຽວບິນ​ຕ່າງໆຢູ່​ບັນດາ​ຫາດ​ຫີນ​ໃຕ້​ນ້ຳ​ທີ່​ມີຄວາມ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ກ່າວເຕືອນຂອງ​ຈີນ ​ຢູ່ເຂດ​ນ່ານ​ຟ້າ​ນີ້. ທ່ານ​ປະທານາທິບໍດີ Aquino ຢືນຢັນ​ວ່າ, ບໍ່​ມີ​ເຂດປ້ອງ​ກັນ​ອາກາດ (ADIZ) ຢູ່​ບໍລິ​ເວນ​ດັ່ງກ່າວ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ມານີລາ ຍັງ​ຄົງສືບ​ຕໍ່​ປະຕິບັດ​ບັນດາຖ້ຽວບິນ​ທຳ​ມະ​ດາ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ​ສົນ​ທິສັນຍາ​ເຊິ່ງປະ​ເທດ​ນີ້​ເຂົ້າ​ຮ່ວມ. ຕາມທ່ານ​ແລ້ວ, ຟິລິບ​ປິນ ຈະ​ປະຕິບັດ​ບັນດາ​ສິດ​ຂອງ​ຕົນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ປະ​ເທດ​ນີ້ ​ແລະ ມາ​ນີລາ ຈະ​ມານະ​ພະຍາຍາມ​ປົກ​ປ້ອງ​ບັນດາ​ສິດ​ນີ້. ກ່ຽວ​ຂ້ອງ​ເຖິງ​ຄວາມ​ເຄັ່ງ​ຕຶງ​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານປະທານາທິບໍດີ Aquino ກໍ່​ຊີ້​ໃຫ້​ເຫັນ​ວ່າ, ປະຈຸ​ບັນກຳລັງທະຫານ​ລະຫວ່າງ​ຈີນ ​ແລະ ຟິລິບ​ປິນ ​ແມ່ນ​ບໍ່​ສະ​ເໝີ​ພາບ, ຖື​ວ່າ​ຮູບ​ພາບ​ຂອງ​ປັກ​ກິ​ງ ​ຈະ​ຊົ່ວ​ຮ້າຍ​ລົງ​ຖ້າ​ຫາກມີ​ບັນດາ​ການ​ກະທຳ​ທີ່​ບໍ່​ເໝາະ​ສົມ​ຢູ່​​ເຂດ​ທະ​ເລ​ນີ້.

ຂ່າວ/ບົດ​ອື່ນ