ຟີລິປິນເປີດກ້ວາງຄຳສັ່ງຍົກຍ້າຍປະຊາຊົນຍ້ອນວິຕົກກັງວົນພູເຂົາໄຟ Mayon ລະເບີດ

(VOVWORLD) -ວັນທີ 15 ມັງກອນ, ເຈົ້າໜ້າທີ່ຟີລິບປິນ ໄດ້ອອກຄຳສັ່ງຍົກຍ້າຍປະຊາຊົນຢູ່ 2 ເຂດປົກຄອງດ້ວຍຕົນເອງເຊິ່ງໃກ້ກັບພູເຂົາໄຟ Mayon ຂຶ້ນກັບແຂວງ Albay, ທາງພາກກາງຂອງປະເທດນີ້ຕື່ມອີກ

ຟີລິປິນເປີດກ້ວາງຄຳສັ່ງຍົກຍ້າຍປະຊາຊົນຍ້ອນວິຕົກກັງວົນພູເຂົາໄຟ Mayon ລະເບີດ - ảnh 1

 ຟີລິປິນເປີດກ້ວາງຄຳສັ່ງຍົກຍ້າຍປະຊາຊົນຍ້ອນວິຕົກກັງວົນພູເຂົາໄຟ Mayon ລະເບີດ

(ພາບປະກອບ: TTXVN)

ພາຍຫຼັງປະກົດມີສັນຍານພູເຂົາໄຟຈະລະເບີດອີກ ພາຍໃນ “2 – 3 ວັນ ຫຼື 2 – 3 ອາທິດຕໍ່ໜ້າ”. ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ໂຄສົກສະພາຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດ, ທ່ານນາງ Romiana Marasigan ໃຫ້ຮູ້ວ່າ, ບັນດາອົງການກ່ຽວຂ້ອງຟີລິບປິນ ໄດ້ອອກຄຳສັ່ງບັງຄັບໃຫ້ຍົກຍ້າຍຕື່ມອີກ ຢູ່ 2 ເຂດປົກຄອງດ້ວຍຕົນເອງ Daraga ແລະ Legazpi ຍ້ອນມີຄວາມວິຕົກກັງວົນຕໍ່ຂີ້ເຖົ່າຮ້ອນໄຫຼລົງມາ. ທ່ານນາງ Marasigan ໃຫ້ຮູ້ວ່າ, ປະຈຸບັນ, ສາມາດວັດແທກໄດ້ກະແສຂີ້ເຖົ່າຮ້ອນໄຫຼລົງມາມີຄວາມຍາວເຖິງ 3 ກ.ມ ໂດຍໄລ່ຈາກພູ Mayon.

ຕອບກັບ

ຂ່າວ/ບົດ​ອື່ນ