ມີ 35 ປະເທດ ທີ່ມີພົນລະເມືອງໄດ້ທົດລອງອອກວິຊາເອເລັກໂຕນິກ ເຂົ້າຫວຽດນາມ ຕື່ມອີກ

(VOVWORLD) -ຫວຽດນາມ ມີດ່ານຊາຍແດນທາງບົກ 16 ແຫ່ງ ແລະ ດ່ານຊາຍແດນທາງທະເລ 9 ແຫ່ງ ໄດ້ຮັບການອະນຸຍາດໃຫ້ຊາວຕ່າງປະເທດ ເຂົ້າ - ອອກເມືອງ ດ້ວຍວິຊາເອເລັກໂຕນິກ.

ລັດຖະບານຫວຽດນາມ ຫາກໍປະກາດໃຊ້ດໍາລັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງດໍາລັດທີ່ປະກາດໃຊ້ເມື່ອປີ 2017 ກ່ຽວກັບການປັບປຸງບັນຊີລາຍຊື່ບັນດາປະເທດທີ່ມີພົນລະເມືອງໄດ້ທົດລອງອອກວິຊາເອເລັກໂຕນິກ ແລະ ບັນຊີລາຍຊື່ດ່ານຊາຍແດນຫວຽດນາມແຫ່ງຕ່າງໆ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງ ດ້ວຍວິຊາເອເລັກໂຕນິກ.

ມີ 35 ປະເທດ ທີ່ມີພົນລະເມືອງໄດ້ທົດລອງອອກວິຊາເອເລັກໂຕນິກ ເຂົ້າຫວຽດນາມ ຕື່ມອີກ - ảnh 1ຂັ້ນຕອນຈົດທະບຽນເຮັດ ວິຊາ ເອເລັກໂຕນິກ (ພາບ:baotintuc.vn) 

ຕາມດໍາລັດ ປີ 2017 ແລ້ວ, ມີ 40 ປະເທດ ທີ່ມີພົນລະເມືອງ ໄດ້ຮັບການປະຕິບັດທົດລອງອອກວິຊາເອເລັກໂຕນິກ. ສໍາລັບດໍາລັດສະບັບປັບປຸງ, ເພີ່ມເຕີມໃໝ່ ໄດ້ເພີ່ມເຕີມ 35 ປະເທດ ທີ່ມີພົນລະເມືອງໄດ້ຮັບການທົດລອງອອກວິຊາເອເລັກໂຕນິກ, ເຊິ່ງລວມມີ: ໂອຕາລິດ, ອຽກລັງ; ແບນຊິກ; ປອກຕຸຍການ; ບຣາຊີນ; ກາຕາ; ເມັກຊີໂກ, ປາປົວ ນິວກີເນ; ສະວິດ; ຈີນ (ເຊິ່ງລວມທັງພົນລະເມືອງທີ່ຖືໜັງສືຜ່ານແດນ ຮົ່ງກົງ, ມາກາວ; ເວັ້ນເສຍແຕ່ພົນລະເມືອງ ທີ່ຖືໜັງສືຜ່ານແດນສາມັນ ເອເລັກໂຕນິກ ຂອງຈີນ) ແລະ ອື່ນໆ.

ນອກຈາກນັ້ນ, ດໍາລັດສະບັບດັ່ງກ່າວ ກໍຍັງເພີ່ມບັນຊີດ່ານຊາຍແດນ ຫວຽດນາມ ແຫ່ງຕ່າງໆ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວິຊາເອເລັກໂຕນິກ. ລະອຽດ, ລວມມີ: ດ່ານສາກົນ ເຕີຍຈາງ (ແຂວງດ້ຽນບຽນ), ດ່ານສາກົນ ນາແມ່ວ (ແຂວງ ແທັງຮວ໋າ);  ດ່ານສາກົນ ລາໄລ (ແຂວງກວາງຈິ) ແລະ ທ່າກໍ່າປັ່ນ 02 ແຫ່ງຄື: ທ່າກໍ່າປັ່ນ ເຢືອງດົງ (ແຂວງກຽນຢາງ); ທ່າກໍ່າປັ່ນ ເຈິ່ນເມີຍ (ແຊວງເທ່ືອທຽນ - ເຫວ້).

ດັ່ງນັ້ນ, ພາຍຫຼັງໄດ້ຮັບການເພີ່ມເຕີມແລ້ວ, ຫວຽດນາມ ມີດ່ານຊາຍແດນທາງບົກ 16 ແຫ່ງ ແລະ ດ່ານຊາຍແດນທາງທະເລ 9 ແຫ່ງ ໄດ້ຮັບການອະນຸຍາດໃຫ້ຊາວຕ່າງປະເທດ ເຂົ້າ - ອອກເມືອງ ດ້ວຍວິຊາເອເລັກໂຕນິກ.

ດໍາລັດສະບັບດັ່ງກ່າວ ມີຜົນສັກສິດເປັນເວລາ 02 ປີ, ນັບແຕ່ວັນທີ 1 ກຸມພາເປັນຕົ້ນໄປ.


ຕອບກັບ

ຂ່າວ/ບົດ​ອື່ນ