ມີກິດຈະກຳຕ່າງໆຖືກນຳເຂົ້າໃຊ້ການເນື່ອງໃນໂອກາດວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ

(VOVWORLD) -ເພື່ອເປັນການຂ່ຳນັບຮັບຕ້ອນວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາປີ 1954-ວັນທີ 10 ຕຸລາປີ 2018), ມີຫຼາຍກິດຈະກຳ, ໂຄງການຈຸດສຸມໃນບໍລິເວນນະຄອນຫຼວງຮ່າໂນ້ຍໄດ້ ແລະ ພວມກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ
ມີກິດຈະກຳຕ່າງໆຖືກນຳເຂົ້າໃຊ້ການເນື່ອງໃນໂອກາດວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ - ảnh 1 ໂຄງການກໍ່ສ້າງສະພານລອຍ ອຽນຟຸ ໄດ້ຖືກນຳເຂົ້າໃຊ້ການ

ຢູ່ບໍລິເວນເມືອງໄຕໂຮ່, ໂຄງການກໍ່ສ້າງສະພານລອຍບົນຖະໜົນອຽນຟຸ ໄດ້ຖືກນຳເຂົ້າໃຊ້ການ, ອັນໄດ້ຊ່ວຍແກ້ໄຂສະພາບລົດຕິດຢູ່ທ້ອງຖະໜົນ, ເຊື່ອມຕໍ່ການໄປມາລະຫວ່າງໃຈກາງຮ່າໂນ້ຍກັບສະໜາມບິນສາກົນໂນ້ຍບາຍໄດ້ຢ່າງວ່ອງໄວກ່ວາ. ທ່ານ ຮ່ວາງຊວນຊາງ ປະທານຄະນະກຳມະການປະຊາຊົນຕາແສງ ອຽນຟຸ ເມືອງໄຕໂຮ່ ໃຫ້ຮູ້ວ່າ :

   “ ເມື່ອນຳເຂົ້າໃຊ້ການ, ການໄປມາຂອງປະຊາຊົນຜ່ານບໍລິເວນເມືອງໄຕໂຮ່ ມີຄວາມສະດວກສະບາຍກ່ວາເກົ່າ, ພິເສດ, ເສັ້ນທາງນີ້ໄດ້ເຊື່ອມຕໍ່ກັບຂົວເຍິດເຕີນໄປຍັງສະໜາມບິນສາກົນໂນ້ຍບາຍ, ທັງນີ້ກໍເປັນການຫຼຸດຜ່ອນສະພາບລົດຕິດຢູ່ທ້ອງຖະໜົນ ແລະ ສ້າງຄວາມງາມໃຫ້ນະຄອນຫຼວງອີກດ້ວຍ”

   ເນື່ອງໃນໂອກາດວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ , ໂຄງການກໍ່ສ້າງໂຮງງານນ້ຳປະປາ ແມ່ນ້ຳດ້ວງທີ່ມີມູນຄ່າການກໍ່ສ້າງ 5000 ຕື້ດົງຢູ່ເມືອງຢາເລີມ ກໍໄດ້ຖືກນຳເຂົ້າເຄື່ອນໄຫວ . ໃນຂະນະດຽວກັນ, ໂຄງການກໍ່ສ້າງຂົວຫວຽດຈີ-ບາວີ່ ກໍໄດ້ຮັບການທະລຸຂົວ. ຂົວແຫ່ງນີ້ເຊື່ອມຕໍ່ທາງຫຼວງ 32 ກັບທາງຫຼວງ 32 C ດ້ວຍຍອດເງິນລົງທຶນກວ່າ 1460 ຕື້ດົງ. 

ຕອບກັບ

ຂ່າວ/ບົດ​ອື່ນ