ມີ​ການຮ່ວມ​ສຳ​ພັນຢ່າງ​ແໜ້ນ​ແຟ້ນ, ການ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ, ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນທັດສະນະພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ ແມ່ນ “ພັດທະນາການທ່ອງທ່ຽວໂດຍໄວ ແລະ ຍືນຍົງ” ດ້ວຍລະບອບລະບຽບການໂປ່ໃສ, ພື້ນຖານໂຄງລ່າງທີ່ລຸລ່ວງ, ການຄຸ້ມຄອງແບບອັດສະລິຍະ.
ມີ​ການຮ່ວມ​ສຳ​ພັນຢ່າງ​ແໜ້ນ​ແຟ້ນ, ການ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ, ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ “ພັດທະນາການທ່ອງທ່ຽວ ຫວຽດນາມ ໂດຍໄວ ແລະ ຍືນຍົງ”. ກອງປະຊຸມ ໄດ້ຈັດຕັ້ງແບບທາງໄກ ລະຫວ່າງຈຸດເຊື່ອມຕໍ່ ສຳນັກງານລັດຖະບານ ກັບ ສຳນັກງານ ຄະນະກຳມະການປະຊາຊົນ 63 ແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນກອງປະຊຸມຫົວເລື່ອງກ່ຽວກັບການພັດທະນາການທ່ອງທ່ຽວຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນປີ 2023.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນທັດສະນະພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ ແມ່ນ “ພັດທະນາການທ່ອງທ່ຽວໂດຍໄວ ແລະ ຍືນຍົງ” ດ້ວຍລະບອບລະບຽບການໂປ່ໃສ, ພື້ນຖານໂຄງລ່າງທີ່ລຸລ່ວງ, ການຄຸ້ມຄອງແບບອັດສະລິຍະ. ຜ່ານນັ້ນ ກໍ່ສ້າງກຳລັງໜູນຊຸກຍູ້ການພັດທະນາບັນດາຂະແໜງການ ແລະ ຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດຕາມທິດທັນສະໄໝ ດ້ວຍການກຳນົດທີ່ຕັ້ງເຄື່ອງໝາຍການທ່ອງທ່ຽວແຫ່ງຊາດ: “ຫວຽດນາມ - ສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດ, ດຶງດູດໃຈ, ມີມະນຸດສະທຳ, ຮັກແພງແຂກຄົນ ແລະ ມີຄວາມສະດວກ”, “ຕ້ອນຮັບແຂກທ່ອງທ່ຽວຢ່າງອົບອຸ່ນ, ພໍໃຈເຈົ້າພາບ”, ສ້າງລະບົບມູນຄ່າການທ່ອງທ່ຽວ ພາຍໃນປະເທດ ແລະ ສາກົນ. ທ່ານໃຫ້ຮູ້ວ່າ:

ຕ້ອງຍົກສູງຄວາມຮັບຮູ້, ຄວາມສຳຄັນກ່ຽວກັບມູນຄ່າຂອງຂະແໜງການທ່ອງທ່ຽວທີ່ນຳມາໃຫ້, ຈາກນັ້ນ ບັນດາເຈົ້າຂອງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການຢ່າງຕັ້ງໜ້າ, ສົມທົບກັນຢ່າງມີປະສິດທິຜົນເພື່ອພັດທະນາຂະແໜງການທ່ອງທ່ຽວ. ຕ້ອງພັດທະນາລະບົບນິເວດການທ່ອງທ່ຽວຢ່າງຮອບດ້ານ, ໂດຍໄວ, ຍືນຍົງ ແຕ່ມີລັກສະນະປະສິດທິຜົນສູງ. ສ້າງເຄື່ອງໝາຍການທ່ອງທ່ຽວທີ່ເປັນເອກະລັກພິເສດ ຫວຽດນາມ ອີງຕາມແຫຼ່ງກຳລັງມະນຸດ, ແຫຼ່ງກຳລັງທຳມະຊາດ, ມູນເຊື້ອປະຫວັດສາດວັດທະນະທຳຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ