ມີການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນຫຼາຍຢ່າງໃນງານບຸນ ວັນເພັງເດືອນຈຽງ ຢູ່ ເຈິເລີ໊ນ, ນະຄອນໂຮ່ຈີມິນ

(VOVWORLD) -ງານບຸນ ວັນເພັງເດືອນຈຽງ ເຈິເລີ໊ນ ສືບຕໍ່ໄດ້ຮັກສາ ແລະ ແນະນໍາເຖິງເພື່ອນມິດສາກົນ ບັນດາຈຸດວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າ ຮວາ ປະສົມປະສານກັບຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າຂອງຫວຽດນາມ.

ຕອນຄໍ່າວັນທີ 19 ກຸມພາ, ພໍ່ແມ່ປະຊາຊົນຊາວເຜົ່າ ຮວາ ທີ່ດໍາລົງຊີວິດຢູ່ເມືອງຕ່າງໆຂອງນະຄອນໂຮ່ຈີມິນ ໄດ້ເຕ້ົາໂຮມກັນຢູ່ເຂດ ເຈິເລີ໊ນ, ເມືອງ 5 ນະຄອນໂຮ່ຈີມິນ ແລະ ເຊື່ອມຕົວເຂົ້າກັບບັນຍາກາດເບີກບານມ່ວນຊື່ນຂອງງານບຸນ ວັນເພັງເດືອນຈຽງ. ງານບຸນດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈໍານວນຫຼວງຫຼາຍ.

ມີການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນຫຼາຍຢ່າງໃນງານບຸນ ວັນເພັງເດືອນຈຽງ ຢູ່ ເຈິເລີ໊ນ, ນະຄອນໂຮ່ຈີມິນ - ảnh 1 ລາຍການຟ້ອນທຸງ ທີ່ງານບຸນ ວັນເພັງເດືອນຈຽງ

        ປີນີ້, ເມືອງ 5 ໄດ້ຈັດງານບຸນ ວັນເພັງເດືອນຈຽງ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື ການແຫ່ລົດດອກໄມ້, ຂີ່ໄມ້ໂຢກເຢກ, ເຊີດສິງໂຕ, ຟ້ອນວີ, ຟ້ອນທຸງ....ແລະ ການສະແດງລໍາເລື່ອງ ທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮວາ ແລະ ອື່ນໆ.

        ງານບຸນ ວັນເພັງເດືອນຈຽງ ເຈິເລີ໊ນ ສືບຕໍ່ໄດ້ຮັກສາ ແລະ ແນະນໍາເຖິງເພື່ອນມິດສາກົນ ບັນດາຈຸດວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າ ຮວາ ປະສົມປະສານກັບຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າຂອງຫວຽດນາມ.

 

 

 


 

ຕອບກັບ

ຂ່າວ/ບົດ​ອື່ນ