ມີການເຄື່ອນໄຫວຫຼາຍຢ່າງໃນເດືອນກຳມະກອນປີ 2017

ມີການເຄື່ອນໄຫວຫຼາຍຢ່າງໃນເດືອນກຳມະກອນປີ 2017 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຢູ່ ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ຈັດ​ຕັ້ງ​ການ​ປະຊຸມ​ວຽກ​ງານ​ສື່​ມວນ​ຊົນ​ງວດ​ທີ I ປີ 2017. ທີ່​ການ​ປະຊຸມ, ທ່ານ ​ເຈິ່ນຢູຍ​ເຟືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ, ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກຳມະບານ​ທຸກ​ຂັ້ນ​ໃນ​ງວດ​ທີ 2/2017 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ເດືອນ​ກຳມະກອນ 2017, ດ້ວຍ​ຫົວ​ຂໍ້​ວ່າ “ກຳມະບານ​ຮ່ວມ​ເດີນທາງ​ພ້ອມ​ກັບ​ວິ​ສາ​ຫະກິດ, ​ເພື່ອ​ແນ​ໃສ່​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ, ປະຕິບັດ​ສິດຜົນປະ​ໂຫຍ​ດ, ຮັບປະກັນ​ສະຫວັດດີ​ການ​ດີກ​ວ່າ​ໃຫ້​ແກ່​ສະມາຊິກ​ກຳມະບານ ​ແລະ ຜູ້​ອອກ​ແຮງ​ງານ“ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ອົງການ​ກຳມະບານ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ຄົບ​ຊຸດ. ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ກໍ່​ຈະ​ລົງ​ນາມ​ໃນ​ໂຄງການ​ສະຫວັດດີ​ການ​ກັບ​ບາງ​ວິ​ສາ​ຫະກິດໃຫ້​ສະມາຊິກ​ກຳມະບານ ​ແລະ ຜູ້​ອອກ​ແຮງ​ງານ ​ເພື່ອ​ໃຫ້​ສະມາຊິກ​ກຳມະບານ​ໄດ້​ຊົມ​ໃຊ້​ບັນດາ​ບຸລິ​ມະສິດ​ໃນ​ການ​ຫຼຸດ​ລາຄາ​ການ​ບໍລິການ, ຜະລິດ​ຕະພັນ, ​ເລີ່​ມລົງມື​ກໍ່ສ້າງ​ອົງການ​ກຳມະບານ​ຢູ່​ຢູ່​ແຂວງ ກວາງ​ນາມ, ຮ່າ​ນາມ ​ແລະ ຕ່ຽນຢາງ. ຈັດ​ຕັ້ງ​ລາຍການ​ຄວາມ​ສະຫງ່າ ຫວຽດນາມ “ຂີດ​ໝາຍ​ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່“, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເດືອນ​ກະທຳ​ເພື່ອ​ຄວາມ​ປອດ​ໄພ​ສຸຂະ​ອະນາ​ໄມ​ແຮງ​ງານ​ປີ 2017…

ຕອບກັບ

ຂ່າວ/ບົດ​ອື່ນ