ມົງກຸດລາຊະກຸມມານ UAE ໄປ​ຢ້ຽມ​ຢາມ ມາ​ເລ​ເຊຍ

(VOVWORLD) - ມົງກຸດລາຊະກຸມມານ ຈະເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ມົງກຸດລາຊະກຸມມານ UAE ໄປ​ຢ້ຽມ​ຢາມ ມາ​ເລ​ເຊຍ - ảnh 1

 ມົງກຸດລາຊະກຸມມານ Abu Dhabi, Sheikh Khaled bin Mohamed bin Zayed Al Nahyan (ພາບ: WAM)

   ຕອນຄ່ຳວັນທີ 21 ພຶດສະພາ, ມົງກຸດລາຊະກຸມມານ Abu Dhabi, Sheikh Khaled bin Mohamed bin Zayed Al Nahyan, ພ້ອມທັງແມ່ນປະທານສະພາບໍລິຫານ Abu Dhabi ຂອງສະຫະລັດ ອາຣັບ ເອມີເລດ ໄດ້ເລີ່ມຕົ້ນການເດີນທາງພິເສດເຖິງປະເທດ ມາເລເຊຍ ເປັນເວລາ 4 ວັນ.

ການຢ້ຽມຢາມໄດ້ຮັບຄວາມຄາດຫວັງວ່າ ຈະປັບປຸງການພົວພັນຍາວນານອັນດີງາມລະຫວ່າງ ມາເລເຊຍ ແລະ ສະຫະລັດ ອາຣັບ ເອມີເລດ (UAE),  ຊື່ງຫາກໍ່ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນວັນທີ 27 ກັນຍາປີ 2022.

ຕາມແຜນການ, ມົງກຸດລາຊະກຸມມານ ຈະເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງການພົວພັນສອງຝ່າຍ, ພາກພື້ນ ແລະ ສາກົນ. ຕໍ່ຈາກນັ້ນ, ທ່ານຈະເຂົ້າຢ້ຽມຂ່ຳນັບ ກະສັດ Abdullah Ri'ayatuddin Al-Mustafa Billah Shah ຢູ່ພະລາຊະວັງທີ່ນະຄອນຫຼວງ ກົວລາລຳເປີ.

ຕອບກັບ

ຂ່າວ/ບົດ​ອື່ນ