ມິດຕິງສະເຫລີມສະຫລອງ35ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້

(vovworld)-  ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 5/1/2014 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdec Heng Samrin, ທ່ານ​ນາງຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ Men Sam An ພ້ອມ​ດ້ວຍ​ການ​ນຳ​ພັກ, ລັດ​ຫວຽດນາມ​ຫລາຍ​ທ່ານ. ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ແມ່ນ​ເພື່ອ​ຮັບ​ຮູ້​ເຫດການ​ປະຫວັດສາດ​ຍິ່ງ ດ້ວຍ​ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ​ຂອງ​ພັກ, ລັດ​ຫວຽດນາມ, ການ​ສະຫນັບສະຫນູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ກອງທັບ​ ​ແລະ ປະຊາຊົນ​ຫວຽດນາມ, ບັນດາ​ກຳລັງ​ຮັກ​ຊາດຂອງ​ກຳ​ປຸູ​ເຈຍ ​ໄດ້​ປົດ​ປ່ອຍປະ​ເທດ​ຊາດ, ລົບ​ລ້າງ​ລະບອບ​ດັບ​ສູນ​ເຊື້ອ​ຊາດ​​ເພື່ອເປີດ​ໄລຍະ​ໃຫມ່​ໃຫ້​ແກ່​ປະ​ເທດ​ກຳປູ​ເຈຍ.

ມິດຕິງສະເຫລີມສະຫລອງ35ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ - ảnh 1
ບັນດາຜູ້ແທນເຂົ້າຮ່ວມງານ​ໂຮມ​ຊຸມນຸມ​ມິດ​ຕິງ
photo:baomoi.com

ອ່ານ​ສູນ​ທອດ​ພົດທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​: 35 ປີ​ກ່ອນ​ນີ້ ປະຊາຊົນ​ຫວຽດນາມ ​ແລະ ກຳປູ​ເຈຍ ປາດ​ຖະຫນາ​ຢາກ​ໄດ້​ດຳລົງ​ຊີວິດ​ໃນ​ສັນຕິພາບ​ເພື່ອ​ຟື້ນ​ຟູ​ ​ແລະ ພັດທະນາ​ປະ​ເທດ​ຊາດ​ພາຍຫລັງ​ສົງຄາມ​ມາ​ເປັນ​ເວລາ​ຫລາຍ​ປີ ​ແຕ່ ກຸ່ມ Polpot, Ieng Sary, Khieu Samphan ​ໄດ້​ປະຕິບັດ​ນະ​ໂຍບາຍ​ດັບ​ສູນ​ເຊື້ອ​ຊາດ​ຢູ່ ກຳປູ​ເຈຍ ​ແລະ ຮຸກ​ຮານ​ເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ. ​ໃນ​ເວລາ 3 ປີ 8 ​ເດືອນ 20 ວັນ​, ລະບອບ Pol Pot ​ໄດ້​ເຂັ່ນ​ຂ້າ​ຊາວ​ກຳປູ​ເຈຍ​ ​ເກືອບ 3 ລ້ານ​ຄົນ, ລົບ​ລ້າງ​ທຸກ​ຮາກຖານ​ສັງຄົມ ​ແລະ ຍູ້​ປະ​ເທດ​ກຳປູ​ເຈຍ ຕົກ​ເຂົ້າ​ສູ່​ໄພ​ຖື​ກດັບ​ສູນ.

ສຳລັບ​ຫວຽດນາມ, ພວກ​ເຂົາ​ໄດ້​ເສ​ກສັນ​ປັ້ນ​ແຕ່ງ​ປະຫວັດສາດ, ລະດົມ​ກຳລັງ​ແຮງ​ການ​ທະຫານເພື່ອ​ດຳ​ເນີນສົງຄາມ​ຮຸກ​ຮານ​ເຂດຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ. ​ໄປ​ຮອດ​ໃສ​ພວກ​ເຂົາ​ກໍ​ທຳລາຍ​ບ້ານ​ເມືອງ, ​ເຂັ່ນຂ້າ​ປະຊາຊົນ​ຢ່າງ​ທໍລະມານ ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່, ​ແມ່ຍິງ​ເດັກນ້ອຍ, ລະ​ເມີດ​​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ.

        ຕໍ່ຫນ້າ​ບັນດາ​ການ​ກະທຳ​ຮຸກ​ຮານ ​ແລະ ດັບ​ສູນ​ຢ່າງ​ທໍລະມານ​ຂອງ​ລະບອບ Pol Pot, ​ໂດຍ​ຕອບ​ຄຳ​ຮຽກຮ້ອງ​ຂອງ​ແນວ​ໂຮມ​ສາມັກຄີ​ກູ້​ຊາດ ກຳປູ​ເຈຍ, ຂອງ​ປະຊາຊົນ​ກຳປູ​ເຈຍ, ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ຫວຽດນາມ ​ໄດ້​ປະຕິບັດ​ສິດ​ປ້ອງ​ກັນ​ຕົນ​ເອງ​ອັນ​ຊອບ​ທຳ, ພ້ອມ​ກັບ​ກຳລັງ​ປະກອບ​ອາວຸດ, ປະຊາຊົນ​ກຳປູ​ເຈຍ ​ແລະ ການ​ສະຫນັບສະຫນູນ​ຂອງ​ເພື່ອນ​ມິດສາ​ກົນ​ຕີ​​ເອົາຊະນະ​ລະບອບ​ດັບ​ສູນ​ເມື່ອ​ວັນ​ທີ 7/1/1979. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “​ໄຊຊະນະ​ປະຫວັດສາດ​ນີ້​ແມ່ນ​ໄຊຊະນະ​ລວມ, ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ປົກ​ປັກ​ຮັກສາ​ເອກະລາດ, ອະ​ທິປະ​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກຳປູ​ເຈຍ ​ແລະ ຫວຽດນາມ ຢ່າ​ງໝັ້ນຄົງ, ອັດ​ຫນ້າ​ປະຫວັດສາດ​ອັນ​ມືດ​ມົວທີ່​ສຸດ​ຂອງ​ປະ​ເທດ​ກຳປູ​ເຈຍ, ກູ້​ເອົາ​ຊີວິດ​ຂອງ​ປະຊາຊົນ​ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ, ​ເປີດ​ສັງ​ກາ​ດ​ເອກະລາດ, ​ເສ​ລີພາບ, ສັນຕິພາບ, ​ເປັນກາງ ​ແລະ ພັດທະນາ​ຂອງ​ປະຊາຊົນ​ກຳປູ​ເຈຍ”

        ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ຄວາມ​ສາມັກຄີ​ບໍລິ​ສຸດ​ຜຸດ​ຜ່ອງ​ລະຫວ່າງ​ປະຊາ​ຊົນ​ສອງ​ປະ​ເທດ​ຈະ​ໄດ້​ຈົດ​​ໄວ້​ໃນ​ປະຫວັດສາດ​ຕະຫລອດ​ໄປ ​ແລະ ບໍ່ມີ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ສາມາດ​ເສກ​ສັນ​ປັ້ນ​ແຕ່ງ​ໄດ້.

        ຕາງຫນ້າ​ໃຫ້​ຄະນະ​ຜູ້​ແທນ​ລາຊະ​ອານາ​ຈັກ ກຳປູ​ເຈຍ ກ່າ​ວຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຢືນຢັນ: ​ເລື່ອງ​ທະຫານ​ອາສາ​ສະໝັກ ຫວຽດນາມ ຊ່ວຍ​ເຫລືອ​ປົດ​ປ່ອຍປະ​ຊາ​ຊົນ​ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ ​ແລະ ຍາດ​ເອົາ​ມະຫາ​ໄຊ​ເມື່ອ​ວັນ​ທີ 7/1/1979 ກາຍ​ເປັນ​ມື້​ສະຖາປະນາ​ທີ 2 ຂອງ​ປະຊາຊົນ​ ກຳປູ​ເຈຍ.

        “ງານ​ໂຮມ​ຊຸມນຸມ​ມື້​ນີ້ ​ແມ່ນ​ເຫດການ​ສຳຄັນ​ຍິ່ງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້​ເສຍສະຫລະ​ທຸກ​ດ້ານ​ເພື່ອ​​ປະຊາຊົນ​ກຳປູ​ເຈຍ ​ແລະ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ກຳປູ​ເຈຍ ສະ​ແດງ​ຄວາ​ມ​ເຄົາລົບ​ນັບຖື ​ແລະ ຄວາມ​ຮູ້​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ແລະ ບາງ​ປະ​ເທດ​ເພື່ອນ​ມິດ​ໃນ​ໂລກ. ຄວາມ​ຈິງ ບໍ່​ມີ​ການ​ເສຍສະຫລະ​ອັນ​ສູງ​ສົ່ງ​ຂອງ​ທະຫານ​ຫວຽດນາມ, ປະ​ເທດ​ກຳປູ​ເຈຍ ບໍ່​ມີ​ກາລະ​ໂອກາດ​ເພື່ອ​ຍາດ​ເອົາ​ໄຊຊະນະ​ປະ​ຫວັດ​ສາດ​ເມື່ອ​ວັນ​ທີ 7/1/1979 ​ໄດ້.”

        ກ່ອນ​ຫນ້າ​ນັ້ນ ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ກຳປູເຈຍມາ​ຢ້ຽມຢາມ​ຫວຽດນາມ, ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ​ໄດ້​ຕອ້ນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ. ທີ່​ການ​ພົບ​ປະ​, ການ​ນຳ​ຫວຽດນາມ ຢືນຢັນ: ຍາມ​​ໃດ​ຫວຽດນາມ​ກໍ​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ຕົ້ນຕໍ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຖານ​ບ​້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນຳ້​ໃຈມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຮອບດ້ານ, ໝັ້ນຄົງ, ຍາວ​ນານ ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ.

 

 

ຂ່າວ/ບົດ​ອື່ນ