ມີ​ທ່ານ​ໝໍ​ພາກ​ກາງ​ນັບ​ຮ້ອຍ​ຄົນ ເດີນ​ທາງ​ໄປ​ຍັງທາງ​ພາກ​ໃຕ້​ເພື່ອ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ, ມີທ່ານໝໍ, ພະນັກງານການແພດ ເກືອບ 200 ຄົນຢູ່ບັນດາໂຮງໝໍເຂດພາກກາງ ໄດ້ເດີນທາງໄປໜູນຊ່ວຍບັນດາແຂວງ, ນະຄອນ, ທາງພາກໃຕ້ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ມີ​ທ່ານ​ໝໍ​ພາກ​ກາງ​ນັບ​ຮ້ອຍ​ຄົນ ເດີນ​ທາງ​ໄປ​ຍັງທາງ​ພາກ​ໃຕ້​ເພື່ອ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ. - ảnh 1ບັນດາທ່ານໝໍ, ພະນັກງານການແພດຂອງໂຮງໝໍສູນກາງເຫ້ວ ເດີນທາງໄປຍັງພາກໃຕ້ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ (ພາບ: baochinhphu.vn)

ທ່ານໝໍ, ພະນັກງານການແພດເກືອບ 200 ຄົນດັ່ງກ່າວແມ່ນຂຶ້ນກັບບັນດາໂຮງໝໍຢູ່ເຂດພາກກາງໄດ້ຂຶ້ນເຮືອບິນໄປຍັງເຂດໃຈກາງເກີດໂລກລະບາດໂຄວິດ - 19. ທ່ານຮ້ອຍເອກ ເລທິລວານ, ທ່ານໝໍໂຮງໝໍ 199 ກະຊວງຕຳຫຼວດຢູ່ນະຄອນດ່ານັ້ງ ໃຫ້ຮູ້ວ່າ:

ເຮັດວຽກໃນຂະແໜງ ແລະ ເຫັນໄດ້ການຜັນແປຢ່າງສັບສົນທີ່ສຸດຍ້ອນໂລກລະບາດ, ຂ້າພະເຈົ້າມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມສ່ຽງ ແລະ ຄວາມທຸກຍາກລຳບາກ ແຕ່ວ່າ ຂ້າພະເຈົ້າອາສາສະໝັກໄປໜູນຊ່ວຍໃນຄັ້ງນີ້. ຂ້າພະເຈົ້າໄດ້ກຽມຈິດກຽມໃຈ ໃຫ້ເປັນຢ່າງດີ ເພື່ອພ້ອມແລ້ວທີ່ຈະຮັບມືກັບທຸກໆກໍລະນີທີ່ລຳບາກຫຍຸ້ງຍາກທີ່ສຸດ ນັບທັງທາງດ້ານຈິດໃຈ ກໍ່ຄືດ້ານວິຊາການ.

ໂດຍໄດ້ຮູ້ວ່າ, ທ່ານໝໍທຸກຄົນທີ່ເດີນທາງໄປຍັງນະຄອນໂຮ່ຈີມິນ ໃນຄັ້ງນີ້ ລ້ວນແຕ່ມີທັກສະດ້ານວິຊາການ ແລະ ເຕັກນິກ ກໍ່ຄືວິທີການແກ້ໄຂໃນບັນດາກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກເປັນຢ່າງດີ, ພ້ອມແລ້ວທີ່ຈະຮັບໃຊ້ໃນໄລຍະຍາວ ຈົນຮອດເວລາ ນະຄອນໂຮ່ຈີມິນ ຄວບຄຸມໄດ້ໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ