ມີນັກທ່ອງທ່ຽວ 65.000 ເທື່ອຄົນເຂົ້າຮ່ວມງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022

(VOVWORLD) -ງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022 ໄດ້ສົ່ງຮູບພາບກ່ຽວກັບ ຮ່າໂນ້ຍ ທີ່ເຕັມໄປດ້ວຍພະລັງຊີວິດ
ມີນັກທ່ອງທ່ຽວ 65.000 ເທື່ອຄົນເຂົ້າຮ່ວມງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022 - ảnh 1(ນັກທ່ອງທ່ຽວຫຼາຍຄົນເຂົ້າຮ່ວມງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022)

ໃນເວລາ 3 ວັນດຳເນີນງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022 (ແຕ່ວັນທີ 29 ເມສາ ຫາວັນທີ 01 ພຶດສະພາ), ໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດປະມານ 65.000 ເທື່ອຄົນມາຢ້ຽມຊົມ. ນອກຈາກບັນດາຮ້ານວາງສະແດງແນະນຳຜະລິດຕະພັນຂອງຂວັນທ່ອງທ່ຽວ ແລ້ວ, ມີຫຼາຍເຫດການກໍ່ໄດ້ຈັດຂຶ້ນໃນຕະຫຼອດ 3 ວັນດຳເນີນງານບຸນຄື: ການສະແດງສິລະປະທ້ອງຖະໜົນ; ການວາງສະແດງ, ງານວາງສະແດງພາບຖ່າຍທີ່ສວຍງາມກ່ຽວກັບການທ່ອງທ່ຽວ ຮ່າໂນ້ຍ; ບັນດາການເຄື່ອນໄຫວວັດທະນະທຳສິລະປະ.

        ງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2022 ໄດ້ສົ່ງຮູບພາບກ່ຽວກັບ ຮ່າໂນ້ຍ ທີ່ເຕັມໄປດ້ວຍພະລັງຊີວິດ, ປະກອບສ່ວນສ້າງພາບພົດການທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ ແມ່ນຈຸດນັດພົບທີ່ “ປອດໄພ - ໃກ້ຊິດສະໜິດສະໜົມ - ມີຄຸນນະພາບ - ດູດດື່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ