ມີ​ຜູ້​ເຂົ້າ​ຮ່ວມ​ການ​​ແຂ່ງ​ຂັນ ຊອກ​ຮູ້​ປະ​ຫວັດ​ສາດ​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ ກ່​ວາ 75.000 ຄົນ

(VOVWORLD) -ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ
ມີ​ຜູ້​ເຂົ້າ​ຮ່ວມ​ການ​​ແຂ່ງ​ຂັນ ຊອກ​ຮູ້​ປະ​ຫວັດ​ສາດ​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ ກ່​ວາ 75.000 ຄົນ - ảnh 1ພາບປະກອບ:  baovanhoa.vn

ຄະນະຈັດຕັ້ງການແຂ່ງຂັນ “ຊອກຮູ້ປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022, ມາຮອດປັດຈຸບັນ, ມີຜູ້ເຂົ້າຮ່ວມກ່ວາເກືອບ 75.400 ຄົນ ດ້ວຍບົດເຂົ້າຮ່ວມເກືອບ 316.000 ຄັ້ງ, ໃນນັ້ນມີ ຜູ້ຕອບຖືກທັງ 10 ຄຳຖາມເກືອບ 32.000 ຄົນ. ການແຂ່ງຂັນໄດ້ຈັດຂຶ້ນຕາມຮູບແບບປາລະໄນອອນລາຍ ປະຈຳອາທິດ ຢູ່ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ, ສື່ສັງຄົມອອນລາຍ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດ, ນັບແຕ່ວັນທີ 13 ມິຖຸນາ ປີ 2022 ຫາວັນທີ 5 ກັນຍາປີ 2022. ສັບປະດາທີ 9 ໄດ້ດຳເນີນແຕ່ເວລາ 16 ໂມງຂອງວັນທີ 8 ສິງຫາ 2022 ຫາ ເວລາ 15ໂມງຂອງວັນທີ 15 ສິງຫາ 2022. Link ເຂົ້າຮ່ວມການແຂ່ງຂັນ: vietlao.dangcongsan.vn.

ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ການແຂ່ງຂັນກໍ່ແນໃສ່ປະກາດໃນວົງກວ້າງ, ແຜ່ກະຈາຍໄປຍັງປະຊາຊົນທຸກຊັ້ນວັນນະໃນປະເທດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນ ກ່ຽວກັບຄວາມໝາຍຂອງປະຫວັດສາດ, ລະດັບຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຂື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ