ມີ​ຜູ້​ເສຍ​ຊີ​ວິດ 70 ຄົນ​ໃນ​ ​ເຫດ​ບຸກ​ໂຈມ​ຕີ ​ຈາກພວກ​ທຳ​ສົງ​ຄາມ​ສັກ​ສິດ

(VOVWORLD) -  ມີຜູ້ເສຍຊີວິດ ປະມານ 49 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 17 ຄົນ ເມື່ອພວກ ອິດສະລາມ ທີ່ກ່າວມາຂ້າງເທິງນັ້ນ ໄດ້ບຸກໂຈມຕີ ໝູ່ບ້ານ Tchombangou. ໃນຂະນະນັ້ນ, ຢູ່ໝູ່ບ້ານ Zaroumdareye ກໍ່ມີສາມັນຊົນຖືກຂ້າຕາຍ 30 ຄົນ. 

 

ມີ​ຜູ້​ເສຍ​ຊີ​ວິດ 70 ຄົນ​ໃນ​ ​ເຫດ​ບຸກ​ໂຈມ​ຕີ ​ຈາກພວກ​ທຳ​ສົງ​ຄາມ​ສັກ​ສິດ - ảnh 1 ເຈົ້າໜ້າທີ່ນີເຊ ພວມສືບສວນຢູ່ສະຖານທີ່ເກີດເຫດວາງລະເບີດ (ພາບ: AFP/TTXVN)

ວັນທີ 2 ມັງກອນ, ຕາມແຫຼ່ງຂ່າວຈາກອົງການຄວາມໝັ້ນຄົງ ຂອງ ນີເຊ ໃຫ້ຮູ້ວ່າ ມີສາມັນຊົນເສຍຊີວິດຢ່າງໜ້ອຍສຸດ 70 ຄົນໃນ ເຫດບຸກໂຈມຕີ ຫວ່າງແລ້ວນີ້ ຂອງບັນດາມືປືນທີ່ຖືກສົງໄສວ່າ ແມ່ນພວກອິດສະລາມທຳສົງຄາມສັກສິດເພື່ອເລັ່ງໃສ່ 2 ໝູ່ບ້ານ ຂອງປະເທດນີ້ ເຊິ່ງຕິດກັບເຂດຊາຍແດນຂອງປະເທດ ມາລີ. ມີຜູ້ເສຍຊີວິດ ປະມານ 49 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 17 ຄົນ ເມື່ອພວກ ອິດສະລາມ ທີ່ກ່າວມາຂ້າງເທິງນັ້ນ ໄດ້ບຸກໂຈມຕີ ໝູ່ບ້ານ Tchombangou. ໃນຂະນະນັ້ນ, ຢູ່ໝູ່ບ້ານ Zaroumdareye ກໍ່ມີສາມັນຊົນຖືກຂ້າຕາຍ 30 ຄົນ. ປັດຈຸບັນ, ລັດຖະບານ ນີເຊ ຍັງບໍ່ທັນປະກາດ ບໍ່ວ່າ ຂໍ້ມູນລະອຽດໃດທີ່ກ່ຽວຂ້ອງເຖິງ ເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ